ນະຄອນ ໂຮ່ຈີ໋ມິນ ແລະ ກວາງເຈົາ(ຈີນ) ຊຸກຍູ້ ການຮ່ວມມືດ້ານການເງິນ

ນະຄອນ ໂຮ່ຈີ໋ມິນ ແລະ ກວາງເຈົາ(ຈີນ) ຊຸກຍູ້ ການຮ່ວມມືດ້ານການເງິນ - ảnh 1
ທ່ານ ເລ​ແມ້ງ​ຮ່າ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ໂຮ່ຈີ໋ມິນ ​ແລະ ​ທ່ານ ​ເອົ​າຢາງ​ອວຍ​ມິ໋ນ, ຮອງ​​ເຈົ້າຄອງ​ນະຄອນ ກວາງ​ເຈົາ
(ພາບ: Thanh Hùng)

(vovworld) - ຕອນ​ບ່າຍ​ວັນ​ທີ 23/4, ທ່ານ ເລ​ແມ້ງ​ຮ່າ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ໂຮ່ຈີ໋ມິນ ​ໄດ້ຕ້ອນຮັບ​ທ່ານ ​ເອົ​າຢາງ​ອວຍ​ມິ໋ນ, ຮອງ​​ເຈົ້າຄອງ​ນະຄອນ ກວາງ​ເຈົາ, ຈີນ,​ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ຫວຽດນາມ.

     ທ່ານ ເລ​ແມ້ງ​ຮ່າ ​ໃຫ້​ຮູ້​ວ່າ​ນະຄອນ ໂຮ່ຈີ໋ມິນ ສົນ​ໃຈ​ຕໍ່​ເລື່ອງ​ຊຸກຍູ້​ສາຍ​ພົວພັນ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ຈີນ. ​ໃນ​ໄລຍະ​ຜ່ານ​ມາ, ນະຄອນ​ໄດ້​ສ້າງຕັ້ງສາຍ​ພົວພັນ​ຮ່ວມ​ມື​ກັບຫຼາຍທ້ອງ​ຖິ່ນ​ຂອງ ຈີນ. ນະຄອນ ໂຮ່ຈີ໋ມິນ ກຽມພ້ອມ​ຕ້ອນຮັບ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຂອງ ກວາງ​ເຈົາ ມາ​ຊອກ​ຮູ້, ຮ່ວມມື​ລົງທຶນ.

     ​ໂດຍ​ຕີ​ລາ​ສູງ​ຄວາມສາມາດ​ບົມຊ້ອນການ​ຮ່ວມ​ມື​ພັດທະນາ​ລະຫວ່າງ​ສອງ​ທ້ອງ​ຖິ່ນ, ທ່ານ ເອົ​າຢາງ​ອວຍ​ມິ໋ນ, ຮອງ​ເຈົ້າຄອງ​ນະຄອນ ກວາງ​ເຈົາ ​ໃຫ​້ຮູ້​ວ່າການ​ຢ້ຽມຢາມນະຄອນ ໂຮ່ຈີ໋ມິນ ຄັ້ງນີ້​ແນ​ໃສ່​ຈັດຕັ້ງການ​ພົບ​ປະ​ທີ່​ກ່ຽວຂ້ອງ​ເຖີງຂົງ​ເຂດ​ການ​ເງິນດ້ວຍ​ການ​ເຂົ້າຮ່ວມ​ຂອງ​ວິ​ສາຫະກິດ​ເກືອບ 300 ​ແຫ່ງ. ອີກ​ດ້ານໜຶ່ງ, ​ໃນ​ການ​ຢ້ຽມຢາມ​ຄັ້ງນີ້, ຄະນະ​ການ​ນຳ​ນະຄອນ ກວາງ​ເຈົາ ກໍ່​ມີ​ການ​ພົບ​ປະ​ກັບສຳນັກງານ​ແລກປ່ຽນຄ້າຂາຍຫຼັກຊັບນະຄອນ​ ໂຮ່ຈີ໋ມິນ ​ເພື່ອ​ແລກປ່ຽນ, ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖີງ.​




ຂ່າວ/ບົດ​ອື່ນ