ນະຄອນ ໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາຍູ້ແຮງຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ປົກປ້ອງ ແມ່ຍິງ, ເດັກຍິງ

(VOVWORLD) -  UN Women ໄດ້ເຊີນນະຄອນ ໂຮ່ຈີມິນ ເຂົ້າຮ່ວມກອງປະຊຸມທົ່ວໂລກກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍຢູ່ ການາດາ ໃນເດືອນ ຕຸລາ 2018.
ນະຄອນ ໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາຍູ້ແຮງຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ປົກປ້ອງ ແມ່ຍິງ, ເດັກຍິງ - ảnh 1 ທີ່ການເຮັດວຽກ (ພາບ: TTXVN)

 ຕອນບ່າຍວັນທີ 14 ກັນຍາ, ທ່ານນາງ ຫງວຽນທິທູ ຮອງປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານນາງ Elisa Fernandez Saenz ຫົວໜ້າຫ້ອງການຜູ້ຕາງໜ້າອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແມ່ຍິງ (UN Women) ປະຈຳ ຫວຽດນາມ, ແລກປ່ຽນກ່ຽວກັບກາລະໂອກາດການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ  UN Women ຫວຽດນາມ ໃນໄລຍະຈະມາເຖິງ.

        ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິທູ ໄດ້ຂອບໃຈ ແລະ ຕີລາຄາສູງເລື່ອງ UN Women ໄດ້ສົມທົບກັບນະຄອນຜັນຂະຫຍາຍບັນດາລາຍການຄວາມສະເໝີພາບລະຫວ່າງຍິງ - ຊາຍຂອງສະຫະປະຊາຊາດ, ໃນນັ້ນ ມີບັນດາລາຍການສຶກສາດ້ານກົດໝາຍ, ເພີ່ມທະວີການເຄື່ອນໄຫວສ້າງເອກະສານນິຕິກຳກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ, ຫຼື ລາຍການ “ນະຄອນປອດໄພໃຫ້ແມ່ຍິງ, ເດັກຍິງ” ຢ່າງມີປະສິດທິຜົນ. ນະຄອນພ້ອມແລ້ວທີ່ຈະຮ່ວມມືກັບ UN Women ຜັນຂະຫຍາຍບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງບັນຫາຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແມ່ຍິງໃນໄລຍະຈະມາເຖິງ ແລະ ສະເໜີ UN Women ເອົາໃຈໃສ່ໜູນຊ່ວຍນະຄອນ ໂຮ່ຈີມິນ ປະຕິບັດບັນດາລາຍການເຊິ່ງ 2 ຝ່າຍໄດ້ຕົກລົງໃຫ້ປະສົບຜົນສຳເລັດ.

        ເນື່ອງໃນໂອກາດນີ້, UN Women ໄດ້ເຊີນນະຄອນ ໂຮ່ຈີມິນ ເຂົ້າຮ່ວມກອງປະຊຸມທົ່ວໂລກກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍຢູ່ ການາດາ ໃນເດືອນ ຕຸລາ 2018.

ຕອບກັບ

ຂ່າວ/ບົດ​ອື່ນ