ນະຄອນ ໂຮ່ຈິມິນຈັດຕັ້ງລາຍການ ຮຽງບ່າຮຽງໄລ່ພ້ອມກັບວິສາຫະກິດປີ 2012

ນະຄອນ ໂຮ່ຈິມິນຈັດຕັ້ງລາຍການ ຮຽງບ່າຮຽງໄລ່ພ້ອມກັບວິສາຫະກິດປີ 2012  - ảnh 1
( ພາບປະກອບ )

( vovworld ) –   “ ຮຽງ​ບ່າ​ຮຽງ​ໄລ່​ພ້ອມກັບ​ວິ​ສາ​ຫະກິດ ” ​ແມ່ນ​ຫົວ​ຂໍ້​ການ​ພົບ​ປະ​ໂດຍ​ສະຫະພັນ​ແຮງ​ງານ​ນະຄອນ​ໂຮ່ຈິ​ມິນ​ຈັດ​ຕັ້ງ​ຂຶ້ນ​ເມື່ອ​ຕອນ​ບ່າຍ​ວັນ​ທີ 3/5 ຢູ່​ນະຄອນ ​ໂຮ່ຈິ​ມິນ. ລາຍການ​ໄດ້​ຍ້ອງຍໍ​ສັນລະ​ເສີນ 134 ​ຄົນ ​ແມ່ນຜູ້ນ​ຳ​​​​ໃ​ຊ້​​ແຮງງານ​ຂອງ​ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ທຶນຂອງ​ຕ່າງປະ​ເທດ ​ແລະ ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ ພ້ອມ​ກັບປະທານກຳມະບານຮາກຖານ. ນີ້​ແມ່ນ​ໜື່ງ​ໃນ​ບັນດາ​ວິ​ສາ​ຫະກິດ​ທີ່​ດີ​ເດັ່ນ​ ຂະຫຍັນ​ຂັນ​ເຂື່ອນ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ສຳ​ເລັດ​ພັນທະ​ເສຍ​ພາສີ​​ໃຫ້​ລັດ​ເປັນ​ຢ່າງ​ດີ, ມີ​ສັນຍາ​ແຮງ​ງານລວມ​ໝູ່​ດ້ວຍ​ບັນດາ​ຂໍ້​ມາດຕາ​ທີ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່ຄົນ​ງານ. ທ່ານ Trinh Chi Cuong, ຜູ້ອຳ​ນວຍການ​ໃຫຍ່​ບໍລິສັດ​ຫຸ້ນ​ສ່ວນ​ຢາງ ດ້າຍ​ດົງ​ຕ໋ຽນ, ​​ແມ່ນ​ໜື່ງ​ໃນ​ບັນດາ​ວິ​ສາ​ຫະກິດ​ຫາ​ກໍ່​ໄດ້​ຮັບ​ການ​ຍ້ອງຍໍ​ໃຫ້​ຮູ້​ວ່າ.

   “ ​​ໃນ​ແຕ່ລະປີຢູ່​ບໍລິສັດ ດ້າຍ​ດົງ​ຕ໋ຽນ​ ພວກ​ຂ້າພະ​ເຈົ້າ​​ໄດ້ອີ່​ງ​ໃສ່​ຍຸດ​ທະ​ສາດ​ຂອງ​ບໍລິສັດ. ບົນ​ພື້ນຖານ​ນັ້ນ, ພວກ​ຂ້າພະ​ເຈົ້າ​ຍົກ​ອອກ​ແຜນການ​ບຳລຸງ​ສ້າງ​ໃຫ້​ແຕ່ລະ​ພາກສ່ວນ, ​ແຕ່ລະ​ຕຳ​ແໜ່​ງຢ່າງ​ຈະ​ແຈ້ງ, ນັບ​ທັງ​ບຳລຸງ​ສ້າງ​ໃຫ້​ກຳມະກອນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​​ໃນ​ການ​ອອກ​ແຮງ​ງານ,​ ຄວາມ​ປອດ​​ໄພດ້ານສະບຽງ​ອາຫານ ​ແລະ ບຳລຸງ​ສ້າງ​ສີມື​ການ​ຊ່າງ. ອີ່​ງຕາມ​ໝາກຜົນ​ດຳ​ເນີນ​ທຸລະ​ກິດ​ຂອງ​ບໍລິສັດ, ພວກ​ຂ້າພະ​ເຈົ້າ​ຍັງ​ມີ​ການ​ແບ່ງ​ຜົນກຳ​ໄລ​ໃຫ້​​ແກ່ທຸກ​ຄົນ,​ ນັບ​ທັງ​ກຳມະກ​ອນ ​ແລະ ບັນດາ​ອ້າຍ​ນ້ອງ​ເຮັດອະນາ​ໄມ​ກໍຈະ​​ໄດ້​ຮັບ​ແບ່ງ​ຜົນ​ປະ​ໂຫຍ​ດພາຍຫຼັງເຮັດ​ວຽກ​ເປັນ​ເວລາ 1 ປີ ”.

ຂ່າວ/ບົດ​ອື່ນ