ນະຄອນReims,ຝຣັ່ງ,ປາດຖະໜາຢາກຊອກຫາກາລະໂອກາດຮ່ວມມືກັບຫວຽດນາມ

ນະຄອນReims,ຝຣັ່ງ,ປາດຖະໜາຢາກຊອກຫາກາລະໂອກາດຮ່ວມມືກັບຫວຽດນາມ - ảnh 1
ທ່ານ ຫງວຽນງອກ​ເຊີນ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ

(vovworld) – Reims ປາດ​ຖະໜາ​ຢາກ​ມີ​ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ເສດຖະກິດກັບ ຫວຽດນາມ, ​ເຊິ່ງ​ແມ່ນ​ປະ​ເທດ​ທີ່​ຂະຫຍັນ​ຂັນ​ເຄື່ອນ​ກໍ່​ຄື​ເຊື່ອມ​ຕໍ່​ກັບ​ບັນດາ​ນະຄອນ​ຂອງ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ມີ​ທ່າ​ແຮງ​ຄື: ການອະນຸລັກ​ຮັກສາມໍ​ລະ​ດົກ, ການພັດທະນາ​ກະສິກຳ​ປອດ​ສານພິດ, ຊຸກຍູ້​ການ​ທ່ອງ​ທ່ຽວ. ນັ້ນ​ແມ່ນ​ຄຳຢືນ​ຢັນຂອງ​ທ່ານ​ເຈົ້າ​ຄອງ​ນະຄອນ Reims Arnaud Robinet ​ໃນ​ການ​ຕ້ອນຮັບ​ທ່ານ ຫງວຽນງອກ​ເຊີນ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ, ຢູ່​ນອກ​ການ​ໂອ້​ລົມ​ສົນທະນາ​ສາກົນ​ທີ່ມີ​ຫົວ​ຂໍ້​ວ່າ “Reims ​ເປີດປະຕູ​ໄປ​ຍັງ ອາຊີ”, ທີ່ດຳ​ເນີນ​​ໃນ​ລະຫວ່າງວັນ​ທີ 7 – 9/5. ທ່ານ Arnaud Robinet, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າປາດ​ຖະໜາ​ຢາກ​​ໃຫ້ນະຄອນ Reims ​ເປີດ​ກ້ວາງ​ການຮ່ວມ​ມື ​ແລະ ​ເຊື່ອມ​ຕໍ່​ກັບ​ບັນດາ​ນະຄອນ​ໃນ​ທົ່ວ​ໂລກ, ​ໃນ​ນັ້ນ​ມີ​ອາຊີ, ພິ​ເສດ​ແມ່ນ​ເຂດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ທີ່ມີ​ກຳລັງ​ດຶງ​ດູດ​ໃຫຍ່. ຫວຽດນາມ ມີ​ພື້ນຖານ​ເສດຖະກິດ​ເຕີບ​ໂຕ​ຢ່າງ​ແຮງ ​ແລະ ຂະຫຍັນ​ຂັນ​ເຄື່ອນ. ດັ່ງ​ນັ້ນ, ພວກ​ຂ້າພະ​ເຈົ້າປາດ​ຖະໜາ​ຢາກ​ມີ​ຂໍ້​ມູນ​ຂ່າວ​ຕື່ມ​ອີກ, ຊຸກຍູ້​ການ​ແລກ​ປ່ຽນ​ເພື່ອ​ສາ​ມາດ​ຮຳ່ຮຽນ ​ແລະ ຮ່ວມ​ມື​ດ້ານ​ເສດຖະກິດ. ຂ້າພະ​ເຈົ້າຖື​ວ່າ: ມີ​ບັນດາ​ຂົງ​ເຂດ​ທີ່​ພວກ​ເຮົາ​ສາມາດ​ຊຸກຍູ້​ການ​ຮ່ວມ​ມື​ຄື​ການອະນຸລັກ​ຮັກສາ​ມໍລະດົກ, ຂົງ​ເຂດ​ກະສິກຳ, ​ເສດຖະກິດ​​ໂປ່​ງ​​ໃສ, ພະລັງ​ງານ​ສະອາດ ຫຼື ​ໃນ​ຂົງ​ເຂດ​ຄົ້ນ​ຄ້ວາ​ຮັກສາ​ສຸຂະພາບ.”  

 

 


ຂ່າວ/ບົດ​ອື່ນ