ນະ​ຄອນ​ດ່າ​ນັ້ງ ​ໜູນ​ຊ່ວຍ​ແຂວງ ຝຸ​ອຽນ ປ້ອງ​ກັນ​, ຕ້ານ​ໂລ​ກ​ລະ​ບາດ​ໂຄວິດ - 19

(VOVWORLD) -ວັນທີ 4 ກໍລະກົດ, ມີພະນັກງານ, ນັກສຶກສາແພດສາດຂອງມະຫາວິທະຍາໄລເຕັກນິກການແພດ - ການຢານະຄອນດ່ານັ້ງ ກ່ວາ 100 ຄົນ ໄດ້ໄປຍັງແຂວງ ຝຸອຽນ ເພື່ອໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ນະ​ຄອນ​ດ່າ​ນັ້ງ ​ໜູນ​ຊ່ວຍ​ແຂວງ ຝຸ​ອຽນ ປ້ອງ​ກັນ​, ຕ້ານ​ໂລ​ກ​ລະ​ບາດ​ໂຄວິດ - 19 - ảnh 1ນັກສຶກສາ, ພະນັກງານ ນະຄອນດ່ານັ່ງ ກ່ວາ 100 ຄົນໄປໜູນຊ່ວຍແຂວງ ຝຸອຽນ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

ມະຫາວິທະຍາໄລາເຕັກນິກການແພດ - ການຢາ ນະຄອນດ່າດັ້ງ ໄດ້ຈັດການຝຶກອົບຮົມໃຫ້ແກ່ນັກສຶກສາ, ພະນັກງານ, ຄູອາຈານໝົດທຸກຄົນ ເພື່ອສາມາດເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໂດຍໄວ. ທ່ານນາງ ເລທິຖຸ໊ຍ, ຮອງອະທິການບໍດີມະຫາວິທະຍາໄລດັ່ງກ່າວ ໃຫ້ຮູ້ວ່າ:

        ປັດຈຸບັນ, ສະພາບການໂລກລະບາດໂຄວິດ - 19 ຢູ່ແຂວງຝຸອຽນ ຍັງມີການຜັນແປຢ່າງສັບສົນ, ດ້ວຍຈິດໃຈດັ່ງກ່າວ, ທາງໂຮງຮຽນໄດ້ຮຽກຮ້ອງໃຫ້ບັນດານັກສຶກສາ, ພະນັກງານ, ຄູອາຈານ ອາສາສະໝັກເຂົ້າຮ່ວມການໜູນຊ່ວຍວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ຄັ້ງນີ້, ທາງໂຮງຮຽນໄດ້ຈັດສົ່ງພະນັກງານ, ນັກສຶກສາ 102 ຄົນໄປໜູນຊ່ວຍໃຫ້ແກ່ແຂວງຝຸອຽນ ດ້ວຍຄວາມປາດຖະໜາຢາກໜູນຊ່ວຍແຂວງກ່ຽວກັບວຽກງານວິໄຈ, ຄົ້ນຫາຜູ້ຕິດເຊື້ອ, ເກັບເອົາຕົວຢ່າງວິໄຈໃນປະຊາຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ