ນະຄອນດ່ານັງສົ່ງເສີມ, ໂຄສະນາການທ່ອງທ່ຽວ ຢູ່ລັດເຊຍ


ນະຄອນດ່ານັງສົ່ງເສີມ, ໂຄສະນາການທ່ອງທ່ຽວ ຢູ່ລັດເຊຍ - ảnh 1

 (ພາບ: vov)

 (vovworld)- ​ ຕອນ​ບ່າຍວັນ​ທີ 18/8, ຢູ່​ນະຄອນ​ຫຼວງ​ມົດ​ສະ​ກູ, ຄະນະ​ກຳມະການ ປຊຊ ນະຄອນ​ດ່າ​ນັງ ສົມທົບ​ກັບ​ສະຖານທູດ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ຈັດ​ລາຍການ​ໂຄສະນາ, ສົ່ງ​ເສີມ​ການ​ຄ້າ​ຢູ່​ສະຫະພັນ​ລັດ​ເຊຍ. ດ່າ​ນັງ​ ນອນ​ໃນ​ເຂດ​ເສດຖະກິດ​ຈຸດ​ສຸມ​ທາງ​ພາກ​ກາງ​ຫວຽດນາມ ດ້ວຍ​ຝັ່ງ​ທະ​ເລ​ຍາວ​ກ່ວາ 60 ກມ,  ດ້ວຍ​ບັນດາ​ຫາດ​ຊາຍ​ທະ​ເລ​ສວຍ​ງາມ. ດ່າ​ນັງ​ ແມ່ນ​ໜຶ່ງ​​ໃນບັນດາ​ແຂວງ, ນະຄອນ​ມີ​ລະດັບ​ການ​ເຕີບ​ໂຕ​ແຮງ​ພໍ​ສົມຄວນ​ຂອງ​ຫວຽດນາມ. ຕີ​ລາຄາ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ​ຂອງ​ດ່ານ​ັງ, ທ່ານ Alechxay Yakin ຜູ້​ອຳນວ​ຍການບໍລິສັດ​ທ່ອງ​ທ່ຽວ Profit Travel ຂອງ​ລັດ​ເຊຍ ຖື​ວ່າ:

  “ຫວຽດນາມ​ ແມ່ນ​ແຫ່ງ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ຍາມ​ພັກຜ່ອນລະດູ​ໜາວຂອງ​ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ, ຍ້ອນ​ວ່າ​ໃນ​ທົ່ວ​ປະ​ເທດ​ລ້ວນ​ແຕ່​ມີ​ບັນດາ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ​ທີ່​ສຸດ. ຂ້າພະ​ເຈົ້າ​ເຄີຍ​ມາ​ຫວຽດນາມ 2 ​ເທື່ອ​ແລ້ວ ​ແລະ​ ໄດ້​ມາຟູກ​ວກ, ຍາ​ຈາງ, ຟານ​ທຽດ, ​ເຫ້ວ, ຮ້າ​ລອງ, ​ໂຮ່ຈິ​ມິນ, ຮ່າ​ໂນ້ຍ, ດ່າ​ນັງ…ຂ້າພະ​ເຈົ້າ​ເຫັນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ຕ້ອງ​ໂຄສະນາ​ແຮງ​ກ່ວາ​ອີກ​ໃນ​ຕະຫຼາດ​ລັດ​ເຊຍ​ ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ​ມາ​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ດ່າ​ນັງ… “./.

ຂ່າວ/ບົດ​ອື່ນ