ນະ​ຄອ​ນ​ດ່າ​ນັງ​ໄດ້​ເລືອກ​ເຟັ້ນ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົ​ມ​ຊົມ​ຊອບ ແລະ ມີ​ຄວາມ​ປອດ​ໄພ​ແຖວ​ໜ້າ​ຂອງ​ໂລກ

(VOVWORLD) -ນະຄອນດ່ານັງຂອງ ຫວຽດນາມ ຫາກໍ່ໄດ້ເລືອກເຟັ້ນແມ່ນ 1 ໃນ 10 ສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດໃນໂລກ ໂດຍເວັບໄຊ Trip Advisor ປະກາດເຊິ່ງເປັນເວັບໄຊຕີລາຄາການທ່ອງທ່ຽວທີ່ມີອິດທິພົນຊື່ສຽງໃນໂລກ. 

ນະ​ຄອ​ນ​ດ່າ​ນັງ​ໄດ້​ເລືອກ​ເຟັ້ນ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົ​ມ​ຊົມ​ຊອບ ແລະ ມີ​ຄວາມ​ປອດ​ໄພ​ແຖວ​ໜ້າ​ຂອງ​ໂລກ - ảnh 1

ນະຄອນດ່ານັງແມ່ນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບ ແລະ ມີຄວາມປອດໄພແຖວໜ້າຂອງໂລກ

ດ່ານັງໄດ້ຍື່ນຢູ່ອັນດັບທີ 7 ໃນ ບັນຊີລາຍຊື່ສະຖານທີ່ທ່ອງທ່ຽວ 25 ແຫ່ງທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດໃນໂລກ ຍ້ອນວ່າ ນະຄອນນີ້ມີທັດສະນີຍະພາບທຳມະຊາດທີ່ພົ້ນເດັ່ນ, ອາຫານການກິນພິເສດ, ລະບົບເຂດທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບທີ່ມີຄຸນນະພາບ, ຊາວທ້ອງຖິ່ນຮັກແພງແຂກຄົນ ແລະ ສະໜິດສະໜົມ.

ທ່ານນາງ ເຈືອງທິຮົ່ງແຮ້ງ, ຫົວໜ້າພະແນກທ່ອງທ່ຽວ ດ່ານັງ ໃຫ້ຮູ້ວ່າ: ຂະແໜງທ່ອງທ່ຽວນະຄອນພວມຕັ້ງໜ້າກໍ່ສ້າງແຜນການໂຄສະນາແນະນຳນະຄອນດ່ານັງແມ່ນສະຖານທີ່ທ່ອງທ່ຽວທີ່ມີຄວາມນິຍົມຊົມຊອບ ແລະ ປອດໄພໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານນາງກ່າວວ່າ:

ນະຄອນດ່ານັງຈະຈັດຕັ້ງລາຍການກະຕຸກຊຸກຍູ້ການທ່ອງທ່ຽວໃນຂອບຂະໜາດທົ່ວນະຄອນ. ການກະຕຸກຊຸກຍູ້ການທ່ອງທ່ຽວຂອງພວກຂ້າພະເຈົ້າບໍ່ແມ່ນການຫຼຸດລາຄາການບໍລິການ ເຊິ່ງພວກຂ້າພະເຈົ້າຈະກະຕຸກຊຸກຍູ້ການທ່ອງທ່ຽວຕາມທິດສ້າງຜະລິດຕະພັນການທ່ອງທ່ຽວໃໝ່, ເພີ່ມທະວີການບໍລິການ, ຫຼັງຈາກນັ້ນຈຶ່ງຫຼຸດລາຄາ. ເພື່ອປະຕິບັດໄດ້ເລື່ອງນີ້ ພວກຂ້າພະເຈົ້າຕ້ອງມີການເຂົ້າຮ່ວມຂອງບັນດາບໍລິສັດການບິນ, ບັນດາສະຖານທີ່ທ່ອງທ່ຽວໃຫຍ່, ບັນດາບໍລິສັດການທ່ອງທ່ຽວ ກໍ່ຄືບັນດາຮາກຖານດຳເນີນທຸລະກິດ ແລະ ຮັບໃຊ້ແຂກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ