ນະຄອນດາຫນັງອອກຖະແຫລງການຄັດຄ້ານຈີນເລືອກຕັ້ງສະມາຊິກສະພາຜູ້ແທນປະຊາຊົນຂອງອັນທີ່ເອີ້ນວ່າ “ນະຄອນຕາມຊາ”

ນະຄອນດາຫນັງອອກຖະແຫລງການຄັດຄ້ານຈີນເລືອກຕັ້ງສະມາຊິກສະພາຜູ້ແທນປະຊາຊົນຂອງອັນທີ່ເອີ້ນວ່າ “ນະຄອນຕາມຊາ” - ảnh 1
ອັນ​ທີ່​ເອີ້ນ​ວ່າ “ນະ​ຄອນ​ຕາມ​ຊາ" ຊື່ງ​ຈີນກໍ່​ສ້າງ​ຜິດ​ກົດ​ໝາຍຢູ່​ໝູ່​ເກາະ
ຂອງ​ຫວຽດ​ນາມ
ພາບ:TTXVN

(vovworld)-  ວັນ​ທີ 10/10, ຕໍ່​ຫນ້າ​ເລື່ອງ​ຈີນ ດຳ​ເນີນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ຂອງ​ອັນ​ທີ່​ເອີ້ນ​ວ່າ “ນະ​ຄອນ​ຕາມ​ຊາ”, ທ່ານ ຮີ່ງ​ດືກ​ເທີ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ດາ​ຫນັງ ໄດ້​ອອກ​ຖະ​ແຫລງ​ການ​ຄັດ​ຄ້ານ.

ໃນ​ຖະ​ແຫລງ​ການ​ຊີ້​ແຈ້ງວ່າ: “ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ ດາ​ຫນັງ ອີກ​ຄັ້ງ​ຫນຶ່ງ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ເລື່ອງ ວັນ​ທີ 22/9/2016, ຝ່າຍ​ຈີນ ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ ຊຸດ​ທີ 2 ຂອງ​ອັນ​ທີ່​ເອີ້ນ​ວ່າ: “ນະ​ຄອນ​ຕາມ​ຊາ”. ເລື່ອງ​ຈີນ ດຳ​ເນີນ​ການ​ເລືອກ​ຕັ້ງ​ຢູ່​ບໍ​ລິ​ເວນ​ຂຶ້ນ​ກັບ​ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ໄດ້​ລະ​ເມີດ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ຢ່າງ​ຮ້າຍ​ແຮງ. ນະ​ຄອນ ດາ​ຫນັງ ເດັດ​ດ່ຽວ​ປະ​ຕິ​ເສດ ແລະ ຄັດ​ຄ້ານ​ການ​ກະ​ທຳ​ດັ່ງ​ກ່າວ​ ແລະ ຮຽກ​ຮ້ອງ​ຝ່າຍ​ຈີນ ບໍ່​ໄດ້​ມີ​ການ​ກະ​ທຳ​ຄື​ແນວນັ້ນ​ຕ​ື່ມ​ອີກ.


ຕອບກັບ

ຂ່າວ/ບົດ​ອື່ນ