ນະຄອນ​ດ່າໜັງ ​​ເກັບ​ຕົວຢ່າງ​ວິ​ໄຈ​ຫາ​ເຊື້ອ​ໂຄ​ວິດ -​19 ຫຼາຍກວ່າ 16.000 ຕົວຢ່າງ

(VOVWORLD) -ນັບແຕ່ວັນທີ 25 ກໍລະກົດ ຫາຕອນເຊົ້າວັນທີ 3 ສິງຫາ, ນະຄອນດ່າໜັງໄດ້ດໍາເນີນເກັບຕົວຢ່າງກວດຫາເຊື້ອໂຄວິດ - 19 ຈໍານວນ 16.107 ຕົວຢ່າງ, ໃນນັ້ນ ມີ 10.101 ຕົວຢ່າງມີຜົນເປັນລົບ, 121 ຕົວຢ່າງມີຜົນເປັນບວກ.
ນະຄອນ​ດ່າໜັງ ​​ເກັບ​ຕົວຢ່າງ​ວິ​ໄຈ​ຫາ​ເຊື້ອ​ໂຄ​ວິດ -​19 ຫຼາຍກວ່າ 16.000 ຕົວຢ່າງ - ảnh 1ນະຄອນດ່າໜັງ ເກັບຕົວຢ່າງວິໄຈຫາເຊື້ອໂຄວິດ -19 ຫຼາຍກວ່າ 16.000 ຕົວຢ່າງ 

         ປັດຈຸບັນ, ດ່າໜັງມີ 5 ຫົວໜ່ວຍກວດຫາເຊື້ອໂຄວິດ - 19 ນັ້ນ ແມ່ນ ສູນຄວບຄຸມພະຍາດດ່າໜັງ, ໂຮງໝໍດາໜັງ, ໂຮງໝໍປິ່ນປົວປອດດ່າໜັງ, ໂຮງໝໍເສນາຮັກ 17 ແລະ ໂຮງໝໍ 199 ຂອງກະຊວງຕໍາຫຼວດ.  ທາງນະຄອນສາມາດດໍາເນີນການກວດຫາເຊື້ອໄວຣັດໄດ້ເຖິງ 10.000 ຕົວຢ່າງຕໍ່ວັນ ແລະ ທາງນະຄອນກໍພວມສະເໜີຕໍ່ກະຊວງສາທາລະນະສຸກຊ່ວຍຍົກສູງກໍາລັງຄວາມສາມາດກວດວິໄຈໃຫ້ຂຶ້ນເຖິງ 20.000 ຕົວຢ່າງຕໍ່ວັນ. ທ່ານ ຮວິ່ງດຶກເທີ ປະທານຄະນະກໍາມະການນະຄອນດ່າໜັງ ໃຫ້ຮູ້ວ່າ:

        “ຖ້າຫາກຍົກສູງກໍາລັງຄວາມສາມາດກວດວິໄຈຫາເຊື້ອໃຫ້ໄດ້ 20.000 ຕົວຢ່າງຕໍ່ມື້ວັນ ແມ່ນຈະຫຼຸດເວລາຂອງການສະກັດກັ້ນການແຜ່ລະບາດຂອງໂລກລະບາດໄດ້ຫຼາຍທີ່ສຸດ. ພວກຂ້າພະເຈົ້າສະເໜີໃຫ້ກະຊວງສາທາລະນະສຸກ ເອົາໃຈໃຈເຖິງການເພີ່ມກໍາລັງຄວາມສາມາດການກວດວິໄຈອັງຊີແຢນ ດ້ວຍວິທີ Real time PCR ເພື່ອໃຫ້ມີໝາກຜົນຢ່າງຊັດເຈນ”.

ຕອບກັບ

ຂ່າວ/ບົດ​ອື່ນ