ນະ​ຄອນ​ວິງ​ ປ່ຽນ​​ໃໝ່​ຈິນ​ຕະ​ນາ​ການ, ປຸກ​ລຸກ​ຄວາມ​ມຸ່ງ​ຫວັງ​​ສົມ​ກັບ​ມູນ​ເຊື້ອ “ນະ​ຄອນ​ແດງ” ວິ​ລະ​ຊົນ

(VOVWORLD) -  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ ນີ້ແມ່ນເຫດການການເມືອງທີ່ມີຄວາມໝາຍສຳຄັນພິເສດ, ສ້າງຂີດໝາຍແຫ່ງການພັດທະນາ, ການເຕີບໂຫຍ່, ເຂັ້ມແຂງຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນວິງ ໃນຕະຫຼອດໄລຍະ 60 ປີແຫ່ງການພັດທະນາທີ່ຜ່ານມາ
ນະ​ຄອນ​ວິງ​ ປ່ຽນ​​ໃໝ່​ຈິນ​ຕະ​ນາ​ການ, ປຸກ​ລຸກ​ຄວາມ​ມຸ່ງ​ຫວັງ​​ສົມ​ກັບ​ມູນ​ເຊື້ອ “ນະ​ຄອນ​ແດງ” ວິ​ລະ​ຊົນ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ພິທີ

ຕອນຄ່ຳວັນທີ 30 ກັນຍາ, ຢູ່ນະຄອນວິງ, ແຂວງເງະອານ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມພິທີ 60 ປີແຫ່ງວັນສ້າງຕັ້ງນະຄອນ ວິງ (10/10/1963 – 10/10/2023), 235 ປີແຫ່ງວັນກໍ່ສ້າງກຳແພງ ເຟືອງຮ່ວາງຈຸງໂດ (1788 - 2023) ແລະ ຮັບຫຼຽນໄຊເອກະລາດຊັ້ນສອງ.

ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ ນີ້ແມ່ນເຫດການການເມືອງທີ່ມີຄວາມໝາຍສຳຄັນພິເສດ, ສ້າງຂີດໝາຍແຫ່ງການພັດທະນາ, ການເຕີບໂຫຍ່, ເຂັ້ມແຂງຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນວິງ ໃນຕະຫຼອດໄລຍະ 60 ປີແຫ່ງການພັດທະນາທີ່ຜ່ານມາ. ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຮຽກຮ້ອງວ່າ:

ທາງນະຄອນຕ້ອງມີການປ່ຽນໃໝ່ຈິນຕະນາການຢ່າງແຮງ, ປຸກລຸກຄວາມມຸ່ງຫວັງພັດທະນາຢ່າງຮອບດ້ານ, ວ່ອງໄວ ແລະ ເຂັ້ມແຂງກ່ວາອີກ, ສົມກັບມູນເຊື້ອ “ນະຄອນແດງ” ວິລະຊົນ. ສ້າງນະຄອນວິງ ກາຍເປັນຕົວເມືອງໃຈກາງຂອງແຂວງ ແລະ ທົ່ວເຂດພາກກາງຕອນໃຕ້, ເປັນກຳລັງແຮງ, ກຳລັງເຕີບໂຕດ້ານເສດຖະກິດຢ່າງແທດຈິງຂອງແຂວງ, ປະກອບສ່ວນຫຼັກແຫຼ່ງ ເພື່ອນຳ ເງະອານ ກາຍເປັນແຂວງມີການພັດທະນາພໍສົມຄວນໃນທົ່ວປະເທດ, ເປັນໃຈກາງຂອງເຂດພາກກາງຕອນໃຕ້ກ່ຽວກັບການຄ້າ, ສາທາລະນະສຸກ, ການສຶກສາ ແລະ ບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຢີ, ກະສິກຳ ທີ່ນຳໃຊ້ເຕັກໂນໂລຢີສູງ ຕາມຈິດໃຈມະຕິເລກທີ 39 ຂອງກົມການເມືອງ ແລະ ການວາງແຜນຜັງຂອງແຂວງເງະອານໄລຍະ 2021 – 2030, ວິໄສທັດຮອດປີ 2050.

ຕອບກັບ

ຂ່າວ/ບົດ​ອື່ນ