ນະຄອນຫລວງ2ປະເທດຫວຽດນາມແລະອັງກິດເພີ່ມທະວີການຮ່ວມມືດ້ານການເງິນ

ນະຄອນຫລວງ2ປະເທດຫວຽດນາມແລະອັງກິດເພີ່ມທະວີການຮ່ວມມືດ້ານການເງິນ - ảnh 1
ທ່ານ ຫງວຽນເທ໋ຖາວ ແລະ ທ່ານ Alderman Alan Yarrow
( ພາບ: TTXVN )

(vovworld) – ​ໂດຍ​ສືບ​ຕໍ່​ລາຍການ​ວຽກ​ງານ​​ພົວພັນກັບ​ຕ່າງປະ​ເທດ​ຂອງນະຄອນຫລວງ ຮ່າ​ໂນ້ຍ ປີ 2015, ວັນ​ທີ 11/9, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນນະຄອນ ຮ່າ​ໂນ້ຍ ຫງວຽນ​ເທ໋ຖາວ ນຳ​ໜ້າ​ຄະນະ​ປະຕິບັດ​ງານ​ຂອງ​ນະຄອນ ຮ່າ​ໂນ້ຍ ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ນະຄອນ​ຫລວງ ລອນ​ດອນ (ລາຊະ​ອານາຈັກ ອັງກິດ). ຕາມ​ລາຍການ​ຂອງ​ການ​ປະຕິບັດ​ງານ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ຫງວຽນ​ເທ໋ຖາ​ວ ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ Alderman Alan Yarrow, ​ເຈົ້າ​ຄອງ​ສູນ​ການ​ເງິນ ລອນ​ດອນ. ທ່ານ ຫງວຽນ​ເທ໋ຖາວ ປາດ​ຖະໜາວ່າ ໃນ​ໄລຍະ​ຈະ​ມາ​ເຖິງຝ່າຍ ອັງກິດ ​ ​ຈະ​ເອົາ​ໃຈ​ໃສ່​​ຮ່ວມ​ມື, ​ຊ່ວຍ​ເຫຼືອ ຫວຽດນາມ ​ເວົ້າ​ລວມ ​ແລະ ຮ່າ​ໂນ້ຍ ​ເວົ້າ​ສະ​ເພາະ​ໃນ​ການ​ພັດທະນາ​ຕະຫລາດ​ການ​ເງິນ. ທ່ານ​ເຈົ້າ​ຄອງ​ສູນ​ການ​ເງິນ ລອນ​ດອນ Alderman Alan Yarrow ຢືນຢັນ​ວ່າ: ສູນ​ການ​ເງິນ ລອນ​ດອນ ​ພ້ອມ​ແລ້ວ​ທີ່​ຈະ​ຈັດສົ່ງ​ບັນດາ​ນັກ​ຊ່ຽວຊານ, ຜູ້​​ໃຫ້​ຄຳ​ປຶກສາ​ມາຊ່ວຍ​ເຫຼືອ​ໃຫ້ ຮ່າ​ໂນ້ຍ ​ໃນ​ວິວັດ​ການ​ກໍ່ສ້າງ​ສູນ​ການ​ເງິນ.

        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ​ຫລວງ ລອນ​ດອນ, ຄະນະ​ປະຕິບັດ​ງານ ​ໂດຍ​ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຫງວຽນ​ເທ໋ຖາວ ນຳ​ໜ້າ​ໄດ້​ເຂົ້າ​ຮ່ວມ​ເຫດການ ຄົ້ນ​ຫາ ຫວຽດນາມ ປີ 2015 ​ໂດຍ​ສະຖານທູດ ຫວຽດນາມ ປະຈຳ ລາຊະ​ອານາຈັກ ອັງກິດ ຈັດ​ຕັ້ງ ​ແລະ ຢ້ຽມຢາມ ສະຖານທູດ ຫວຽດນາມ ປະຈຳ ລາຊະ​ອານາ​ຈັກ ອັງກິດ.

 

ຂ່າວ/ບົດ​ອື່ນ