ນະຄອນຫຼວງ ຮ່າໂນ້ຍ ເປັນເຈົ້າພາບຈັດຕັ້ງງານມະຫາກຳກິລາ Sea Games 31 ແລະ Para Games 11

(VOVWORLD) - ນາຍົກລັດຖະມົນຕີໄດ້ມອບໝາຍໃຫ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຢື່ນໃບສະເໜີ, ລາຍງານຕໍ່ກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ...
ນະຄອນຫຼວງ ຮ່າໂນ້ຍ ເປັນເຈົ້າພາບຈັດຕັ້ງງານມະຫາກຳກິລາ Sea Games 31 ແລະ Para Games 11 - ảnh 1ທ່ານຫງວຽນຊວນຟຸກ ມອບໝາຍໃຫ້ຂະແໜງກິລາ ຈັດຕັ້ງ Sea Games 31 ໃຫ້ເປັນຢ່າງດີ

(ພາບ: Quang Hiếu/VGP)

 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຫັນດີເປັນເອກະພາບຕໍ່ເລື່ອງນະຄອນ ຮ່າໂນ້ຍ ແມ່ນທ້ອງຖິ່ນເປັນເຈົ້າພາບຈັດຕັ້ງ Sea Games 31 ແລະ Para Games 11 ໃນປີ 2021. ເພື່ອຮັບປະກັນໃຫ້ວິວັດການກະກຽມ, ຜັນຂະຫຍາຍຖືກຕາມຂໍ້ກຳນົດ, ເຄັ່ງຂັດ, ມີປະສິດທິຜົນ, ນາຍົກລັດຖະມົນຕີໄດ້ມອບໝາຍໃຫ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຢື່ນໃບສະເໜີ, ລາຍງານຕໍ່ກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໃນເດືອນກໍລະກົດປີ 2018 ເພື່ອຂໍຄຳເຫັນກ່ຽວກັບແຜນນະໂຍບາຍເປັນເຈົ້າພາບຈັດຕັ້ງ Sea Games 31 ແລະ Para Games 11 ໃນປີ 2021 ຢູ່ນະຄອນ ຮ່າໂນ້ຍ, ບົນພື້ນຖານນັ້ນກໍ່ປະກາດເຖິງສະຫະພັນກິລາ ອາຊີຕາເວັນອອກສ່ຽງໃຕ້ ຊາບຢ່າງເປັນທາງການ.

        ເລື່ອງເປັນເຈົ້າພາບຈັດຕັ້ງ Sea Games 31 ແລະ Para Games 11 ໃນປີ 2021 ນັ້ນທັງແມ່ນຄວາມຮັບຜິດຊອບ, ທັງເປັນກຽດສັກສີຂອງ ຫວຽດນາມ, ເຊິ່ງປະກອບສ່ວນຊຸກຍູ້ຂະບວນການກິລາພາຍໃນປະເທດ, ໂຄສະນາພາບພົດປະເທດຊາດ, ປະຊາຊົນ ຫວຽດນາມ ເຖິງເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ