ນະ​ຄອນ​ຫຼວງ ຮ່າ​ໂນ້ຍປະ​ດັບ​ປະ​ດາແຂວ​ນ​ທຸງ​ຊາດ ເພື່ອ​ຕ້ອນ​ຮັບ​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດຄັ້ງ​ທີ 13 ຂອງ​ພັກ

(VOVWORLD) -ກ່ອນວັນໄຂກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ທຸງຊາດໄດ້ປະດັບປະດາແຂວນຢູ່ຕໍ່ໜ້າເຮືອນຂອງປະຊາຊົນແຕ່ລະຫຼັງ ນັ້ນຄືວິທີການສະແດງໃຫ້ເຫັນຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ຄວາມຄາດຫວັງກ້າວຂຶ້ນຂອງ ຊາດ ແລະ ປະຊາຊົນ.
ນະ​ຄອນ​ຫຼວງ ຮ່າ​ໂນ້ຍປະ​ດັບ​ປະ​ດາແຂວ​ນ​ທຸງ​ຊາດ ເພື່ອ​ຕ້ອນ​ຮັບ​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດຄັ້ງ​ທີ 13 ຂອງ​ພັກ - ảnh 1ປະຊາຊົນຢູ່ຖະໜົນ ຮ່າວນາມ ປະດັບແຂວນທຸງຊາດ ເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ

ໃນຊຸມວັນຜ່ານມາ, ມີເຮືອນປະຊາຊົນຫຼາຍຫຼັງ, ຫ້ອງການ, ຖະໜົນຫົນທາງຢູ່ ນະຄອນຫຼວງຮ່າໂນ້ຍ ໄດ້ເລີ່ມຕົ້ນການປະດັບປະດາແຂວນທຸງຊາດເພື່ອຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ. ສຳລັບຫຼາຍຄົນ, ເລື່ອງແຂວນທຸງຊາດ ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບເທົ່ານັ້ນ ຫາກຍັງແມ່ນຄວາມເອກອ້າງທະນົງໃຈ ແລະ ຄວາມເຊື່ອໝັ້ນເຄົາລົບຮັກຕໍ່ການນຳພາຂອງພັກ. ປ້າ ຮ່ວາງທິບິ່ງ, ດຳລົງຊີວິດຢູ່ຮ່ອມ 126 ຖະໜົນ ຮ່າວນາມ, ເມືອງ ດົ໊ງດາແບ່ງປັນວ່າ:

ເມື່ອປະດັບປະດາແຂວນທຸງຂຶ້ນ ຂ້າພະເຈົ້າຮູ້ສຶກ ປິຕິຊົມຊື່ນ, ມີຄວາມເຊື່ອໝັ້ນ ແລະ ເອກອ້າງທະນົງໃຈຕໍ່ແນວທາງ ກໍ່ຄືມູນເຊື້ອປະຕິວັດຂອງ ປະເທດເຮົາ. ໂດຍສະເພາະໃນຄັ້ງນີ້, ເນື່ອງໃນໂອກາດກອງປະຊຸມໃຫຍ່ຂອງພັກຈະມາເຖິງ, ສະເຫຼີມສະຫຼອງ 91 ປີແຫ່ງວັນສ້າງຕັ້ງພັກ ການປະດັບປະດາແຂວນທຸງຊາດ ຍິ່ງມີຄວາມໝາຍກ່ວາເກົ່າ ຍ້ອນວ່າ ກອງປະຊຸມໃຫຍ່ຂອງພັກ 5 ປີຈຶ່ງໄດ້ຈັດຕັ້ງເທື່ອໜຶ່ງ.

ກ່ອນວັນໄຂກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ທຸງຊາດໄດ້ປະດັບປະດາແຂວນຢູ່ໜ້າເຮືອນຂອງປະຊາຊົນແຕ່ລະຫຼັງ ນັ້ນຄືວິທີການສະແດງໃຫ້ເຫັນຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ຄວາມຄາດຫວັງກ້າວຂຶ້ນຂອງ ຊາດ ແລະ ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ