ນະ​ຄອນຫຼວງວຽງ​ຈັນ ແບ່ງ​ປັນ​ຄວາມ​ຫຍຸ້ງ​ຍາກ​ກັບ​ນະ​ຄອນ​ຮ່າ​ໂນ້ຍ ແລະ ນະ​ຄອນ​ໂຮ່​ຈິ​ມິນ

(VOVWORLD) -ນະຄອນໂຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ແມ່ນສອງນະຄອນແຮກສ່ຽວກັບນະຄອນຫຼວງວຽງຈັນ, ເລື່ອງແບ່ງປັນຊື່ງກັນ ແລະ ກັນໃນຈຸດເວລານີ້ແມ່ນຈຳເປັນທີ່ສຸດ, ມີຄວາມໝາຍອັນໃຫ່ຍຫຼວງໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19.
ນະ​ຄອນຫຼວງວຽງ​ຈັນ ແບ່ງ​ປັນ​ຄວາມ​ຫຍຸ້ງ​ຍາກ​ກັບ​ນະ​ຄອນ​ຮ່າ​ໂນ້ຍ ແລະ ນະ​ຄອນ​ໂຮ່​ຈິ​ມິນ - ảnh 1

 (ພາບ:VOV Lao)

   ວັນທີ 18 ມິຖຸນາ, ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ມອບເງິນສົດດ້ວຍມູນຄ່າ 50 ລ້ານກີບ (ປະມານ 115 ລ້ານດົ່ງ) ໃຫ້ແກ່ອຳນາດການປົກຄອງນະຄອນຫຼວງວຽງຈັນ ເພື່ອແນໃສ່ຕອບສະໜອງບັ້ນຂົນຂວາຍບໍລິຈາກເງິນ ແບ່ງປັນກັບນະຄອນໂຮ່ໂນ້ຍ ແລະ ນະຄອນໂຮ່ຈີມິນ ເພື່ອຕ້ານໂລກລະບາດໂຄວິດ 19. ທ່ານພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ແມ່ນສອງນະຄອນແຮກສ່ຽວກັບນະຄອນຫຼວງວຽງຈັນ, ເລື່ອງແບ່ງປັນຊື່ງກັນ ແລະ ກັນໃນຈຸດເວລານີ້ແມ່ນຈຳເປັນທີ່ສຸດ, ມີຄວາມໝາຍອັນໃຫ່ຍຫຼວງໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19; ເພີ່ມທະວີການພົວພັນອັນດີງາມ ລະຫວ່າງນະຄອນຫຼວງວຽງຈັນ ກັບນະຄອນໂຮ່ໂນ້ຍ ແລະ ນະຄອນໂຮ່ຈີມິນ ແລະ ເພີ່ມພູນຄູນສ້າງນຳ້ໃຈສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້້ານລະຫວ່າງສອງປະເທດຫວຽດນາມ ແລະ ລາວ ໃຫ້ນັບມື້ນັບແໜ້ນແຟ້ນກ່ວາອີກ.

ສຽງທ່ານພູຂົງ ບັນນະວົງ

ຕອບກັບ

ຂ່າວ/ບົດ​ອື່ນ