ນ​ະ​ຄອນຫຼວງ​ຮ່າ​ໂນ້ຍ ຂ່ຳ​ນັບ​ຮັບ​ຕ້ອນວັນ ແທັງ​ລອງ - ຮ່າ​ໂນ້ຍ ​ຄົບ​ຮອບ 1010 ປີ ດ້ວຍ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ

(VOVWORLD) - ຕອນຄ່ຳວັນທີ 9 ຕຸລາ, ຢູ່ ວັດ ເຈິ໊ນກວກ, ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ໄດ້ສົມທົບກັບ ສະມາຄົມພຸດທະສາສະໜາ ຫວຽດນາມ ນະຄອນ ຮ່າໂນ້ຍ ຈັດຕັ້ງ ງານບຸນລອຍກະໂທງ, ເພື່ອພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບ ປະຊາຊົນມີຄວາມອີ່ມໜຳສຳລານ ແລະ ຢູ່ເຢັນເປັນສຸກ, ເນື່ອງໃນໂອກາດສະເຫຼີມສະຫຼອງແທັງລອງ - ຮ່າໂນ້ຍ ຄົບຮອບ 1010 ປີ.

ທ່ານນາງ ຫງວຽນທິລຽນ ເຊິ່ງເປັນຊາວຮ່າໂນ້ຍ ທີ່ເຂົ້າຮ່ວມງານບຸນດັ່ງກ່າວ ແບ່ງປັນວ່າ:

        “ໂດຍໄດ້ຮັບຮູ້ວ່າ ປີນີ້ ເພິ່ນໄດ້ຈັດງານບຸນລອຍກະໂທງ ເພື່ອສະເຫຼີມສະຫຼອງວັນທີ 10 ຕຸລາ. ສະນັ້ນ ຂ້າພະເຈົ້າໄດ້ສັບຊ້ອນວຽກງານຂອງຕົນເພື່ອມາຮ່ວມງານບຸນ. ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ເປັນລູກຫຼານຂອງຊາດຫວຽດນາມ, ເປັນຊາວນະຄອນຮ່າໂນ້ຍ”.

ນ​ະ​ຄອນຫຼວງ​ຮ່າ​ໂນ້ຍ ຂ່ຳ​ນັບ​ຮັບ​ຕ້ອນວັນ ແທັງ​ລອງ - ຮ່າ​ໂນ້ຍ ​ຄົບ​ຮອບ 1010 ປີ ດ້ວຍ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ - ảnh 1ທ່ານປະທານຄະນະກຳມະການປະຊາຊົນເມືອງ ຮວ່ານກ໊ຽມ ຟ້າມຕວ໊ນລອງ ກ່າວຄຳເຫັນທີ່ພິທີ 

ຕອນເຊົ້າວັນທີ 10 ຕຸລາ, ຄະນະພັກເມືອງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ເມືອງຮວ່ານກ໊ຽມ ກໍ່ໄດ້ຈັດພິທີຕິດປ້າຍໂຄງການກໍ່ສ້າງ, ບູລະນະປະຕິສັງຂອນເຂດອ້ອມໜອງຮວ່ານກ໊ຽມ ເພື່ອຂ່ຳນັບຮັບຕ້ອນ ແທັງລອງ - ຮ່າໂນ້ຍ ຄົບຮອບ 1010 ປີ ແລະ ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 17 ອົງຄະນະພັກນະຄອນຮ່າໂນ້ຍ (ອາຍຸການ 2020 – 2025).

ຕອບກັບ

ຂ່າວ/ບົດ​ອື່ນ