ນະຄອນຫຼວງແບກແດດຂອງອີຣັກເກີດ ເຫດວາງລະເບີດທີ່ນອງເລືອດຫຼາຍຄັ້ງ

ນະຄອນຫຼວງແບກແດດຂອງອີຣັກເກີດ ເຫດວາງລະເບີດທີ່ນອງເລືອດຫຼາຍຄັ້ງ - ảnh 1ເຫດວາງລະເບີດໄດ້ເກີດຂຶ້ນຢູ່ນະຄອນຫຼວງ ​ແບກ​ແດດ​ຂອງ​ອີຣັກ
(ພາບ:TTXVN)

(vovworld)- ​ ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 52 ຄົນ ​ແລະ ປະມານ 90 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ບັນດາ​ເຫດ​ວາງ​ລະ​ເບີດ​ດ້ວຍລົດ​ໂອ​ໂຕ​ທີ່​ເກີດ​ຂຶ້ນ​ເມື​ອ່ຄ່ຳ​ຄືນວັນ​ທີ 7/6 ຢູ່​ນະຄອນຫຼວງ ​ແບກ​ແດດ​ຂອງ​ອີຣັກ. ຕຳຫຼວດ​ອີຣັກ​ໃຫ້​ຮູ້​ວ່າ : ເຫດ​ວາງ​ລະ​ເບີດທີ່​ນອງ​ເລືອດ​ທີ່​ສຸດ​ແມ່ນ​ເກີດ​ຂຶ້ນ​ທີ່​ເມືອງ​ທາງ​ກ້ຳ​ຕາ​ເວັນ​ຕົກ Baiyaa ອັນ​ໄດ້​ເຮັດ​ໃຫ້​ມີ​ຜູ້ເສຍ​ຊີວິດ​ຢ່າງ​ໜ້ອຍ 9 ຄົນ ​ແລະ 22 ຄົນ​ໄດ້​ຮັບ​ບາດ​ເຈັບ. ຕໍ່​ຈາກ​ນັ້ນ, ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 41 ຄົນ ​ແລະ ປະມານ 62 ຄົນ​ໄດ້​ຮັບ​ບາດ​ເຈັບ​​ໃນ​ເຫດ​ວາງ​ລະ​ເບີດ​ດ້ວຍລົດ​ໂອ​ໂຕ​ 7 ຄັ້ງທີ່​ເກີດ​ຂຶ້ນ​ໃນ​ບໍລິ​ເວນ​ຕາ່ງໆ​ທີ່​ນະຄອນຫຼວງ​ແບກ​ແດດ. ຢູ່​ທາງ​ກ້ຳ​ຕາ​ເວັນ​ຕົກ​ແບກ​ແດດ, ມີ​ລູກ​ລະ​ເບີດ​ລູກ​ໜຶ່ງ​ຖືກ​ຫ້າງ​ໄວ້​ແຄມ​ທາງ ກໍ​ໄດ້​ລະ​ເບີ​ດຂຶ້ນອັນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ 2 ຄົນ ​ແລະ ອີກ 6 ຄົນ​ໄດ້​ຮັບ​ບາດ​ເຈັບ. ຕາມ​ເຈົ້າ​ໜ້າ​ທີ່​ອີຣັກ​ແລ້ວ, ການ​ບຸກ​ໂຈມ​ຕີ​ທັງ​ໝົດ​ເຫຼົ່າ​ນັ້ນ ​ເກີດ​ຂຶ້ນ​ໃນ​ຮອບ 1 ຊົ່ວ​ໂມງ ​ແລະ ຕົ້ນຕໍ​ແນ​ໃສ່​ບັນດາ​ເຂດ​ທີ່​​ເຕົ້າ​ໂຮມຊາວ​ມຸດ​ສະ​ລິ​ມນິກາຍ​ຊີ​ອາຍ​ດຳລົງ​ຊີວິດ​ຢູ່.

ຂ່າວ/ບົດ​ອື່ນ