ນະຄອນຮ່າຕຽນ ຄຶກຄື້ນມ່ວນຊື່ນກັບງານບຸນ ຕາວດ່ານຈຽວແອັງກາກ

(VOVWORLD) -ປີນີ້, ງານບຸນ ຕາວດານຈຽວແອັງກາກ ໄດ້ຮັບການຈັດຕັ້ງ ດ້ວຍຂອບຂະໜາດໃຫຍ່ກວ່າທຸກໆປີ, ເຊິ່ງຖືກດໍາເນີນເປັນເວລາ 03 ວັນ ແຕ່ວັນທີ 17 - 19 ກຸມພາ.

ຕອນຄໍ່າວັນທີ ວັນທີ 19 ກຸມພາ, ຢູ່ສະໜາມຫຼວງ ຈຽວແອັງກາກ, ນະຄອນ ຮ່າຕຽນ, ແຂວງກຽນຢາງ ໄດ້ໄຂງານບຸນສະເຫຼີມສະຫຼອງ 283 ປິ ກຸ່ມນັກກະວີ ຈຽວແອັງກາກ ແລະ ປີທ່ອງທ່ຽວຮ່າຕຽນ 2019.

ນະຄອນຮ່າຕຽນ ຄຶກຄື້ນມ່ວນຊື່ນກັບງານບຸນ ຕາວດ່ານຈຽວແອັງກາກ - ảnh 1 ການສະແດງສິລະປະທີ່ພິທີໄຂ (ພາບ:TTXVN)

        ໂດຍໄດ້ກາຍເປັນປະເພນີແລ້ວ, ຮອດເດືອນຈຽງຂອງແຕ່ລະປີ ວົງການນັກສິລະປິນປັນຍາຊົນ, ນັກກະວີ ແລະ ນັກປະພັນຫຼາຍຄົນ ໄດ້ເຕົ້າໂຮມກັນຢູ່ນະຄອນ ຮ່າຕຽນ, ແຂວງກຽນຢາງ ເພື່ອເຂົ້າຮ່ວມງານບຸນ ຕາວດານ ຈຽວແອັງກາກ ເຊິ່ງເປັນອົງການວັນນະຄະດີໃຫຍ່ອັນດັບທີ 2 ຂອງປະເທດ ໂດຍ ມາກທຽນຕິກ ສ້າງຕັ້ງຂຶ້ນໃນເດືອນຈຽງ ປີ 1736.

ນັກດົນຕີ ເຢືອງມິນດຶກ, ຮອງປະທານສະມາຄົມວັນນະຄະດີ ແລະ ສິລະປະ ແຂວງກຽນຢາງ, ຖືວ່າ:

        “ເພື່ອເປັນການປະກອບສ່ວນອະນຸລັກຮັກສາປະເພນີຂອງ ຕາວດານ ຈຽວແອັງກາກ, ພວກຂ້າພະເຈົ້າ ພະຍາຍາມວາດພາບເຖິງບັນດາຈຸດວັດທະນະທໍາທີ່ເປັນມູນເຊື້ອຂອງ ກຸ່ມ ເພື່ອແນະນໍາບັນດາບົດກະວີຂອງ ມາກທຽນຕິກ ແລ້ວວິເຄາະບົດກະວີ, ແຕ່ງກະວີ ແລະ ແລກປ່ຽນວັນນະຄະດີສິລະປະພາຍໃນແຂວງ”.

        ປີນີ້, ງານບຸນ ຕາວດານຈຽວແອັງກາກ ໄດ້ຮັບການຈັດຕັ້ງ ດ້ວຍຂອບຂະໜາດໃຫຍ່ກວ່າທຸກໆປີ, ເຊິ່ງຖືກດໍາເນີນເປັນເວລາ 03 ວັນ ແຕ່ວັນທີ 17 - 19 ກຸມພາ.

ຕອບກັບ

ຂ່າວ/ບົດ​ອື່ນ