ນະຄອນຮ່າໂນ້ຍຍ້ອງຍໍຊາວຄຼິດດີເດັ່ນ

ນະຄອນຮ່າໂນ້ຍຍ້ອງຍໍຊາວຄຼິດດີເດັ່ນ - ảnh 1
(ກອງ​ປະຊຸມ​ຍ້ອງຍໍ “ວຽກ​ດີ - ຄົນ​ເດັ່ນ”)

​​(vovworld) - ທີ່​ກອງ​ປະຊຸມ​ຍ້ອງຍໍ “ວຽກ​ດີ - ຄົນ​ເດັ່ນ”, ​ໃນ​ປະຊາ​ຄົມ​ຊາວ​ຄຼິດນະຄອນຫຼວງ, ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 14/07 ຢູ່​ຮ່າ​ໂນ້ຍ, ການ​ນຳ​ນະຄອນຮ່າ​ໂຮ້ຍ ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້​ຊາວ​ຄຼິດດີ​ເດັ່ນ​ຂອງ​ນະຄອນຫຼວງ 56 ຄົນ. ທ່ານ​ເລ​ແທ່ງ​ມິ​ງ, ຫົວ​ໜ້າ​ຄະນະ​ສາມັກ​ຄີ​ຊາວ​ຄຼິດ ​ເມືອງ​ໄຕ​ໂຮ່, ຜູ້​ໄດ້​ຮັບ​ການ​ຍ້ອງຍໍ​ທີ່​ກອງ​ປະຊຸມ​​ຄັ້ງ​ນີ້ ​ໄດ້ແບ່ງປັນ​ວ່າ.

      “ພວກ​ຂ້າພະ​ເຈົ້າ​ເຂົ້າ​ຮ່ວມ​ຄະນະ​ສາມັກຄີ​ຊາວ​ຄຼິດ ​ເພື່ອ​ໃຫ້​ທຸກ​ຄົນ​ເຂົ້າ​ໃຈ​ວ່າ, ອົງການຈັດ​ຕັ້ງ​ນີ້​ແມ່ນ​ເໝາະ​ສົມ​ກັບສະພາບ​ການ​ຂອງ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ຜ່ານ​ນັ້ນ, ລັດ​ຈະ​ເຂົ້າ​ໃຈ​ກວ່າກ່ຽວ​ກັບ​ສະມາຄົມຄຼິດທະ​ສາສະໜາ ​ ​ແລະ ກົງກັນຂ້າມ. ສ່ວນ​ຂ້າພະ​ເຈົ້າ​ເອງ, ຍາມ​ໃດ​ກໍ​ມານະ​ພະຍາຍາມ​ຮໍ່າຮຽນ, ນຶກ​ຄິດຜ່ານວຽກ​ງານ​ຂອງ​ຄົນ, ບໍ່​ກໍ​ຄວາມ​ອັນ​ຕະລາຍ​ໃຫ້ສະມາຄົມຄຼິດທະ​ສາສະໜາ ​ແລະ ປະ​ເທດ​ຊາດ”.

ຂ່າວ/ບົດ​ອື່ນ