ນະຄອນຮ່າໂນ້ຍແລະແຂວງຮວ່າບິ່ງເພີ່ມທະວີການຮ່ວມມື, ພັດທະນາ

ນະຄອນຮ່າໂນ້ຍແລະແຂວງຮວ່າບິ່ງເພີ່ມທະວີການຮ່ວມມື, ພັດທະນາ - ảnh 1
(​ທ່ານ ຟ້າ​ມກວາງ​ງີ້, ​ເລ​ຂາ​ຄະນະ​ພັກ​ນະຄອນຮ່າ​ໂນ້ຍ)

(vovworld) – ​ ວັນ​ທີ 15/4, ຄະນະ​ປະ​ຕິບັດ​ງານ​ຂອງ​ນະຄອນຮ່າ​ໂນ້ຍ ​ໂດຍ​ທ່ານ ຟ້າ​ມກວາງ​ງີ້, ​ເລ​ຂາ​ຄະນະ​ພັກ​ນະຄອນຮ່າ​ໂນ້ຍ ​ເປັນ​ຫົວໜ້າ​ຄະນະ, ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ຮວ່າ​ບິ່​ງ. ທີ່​ການ​ເຮັດ​ວຽກ, ຜູ້​ຕາງໜ້າການ​ນຳ 2 ​ແຂວງ, ນະຄອນ​​ໄດ້ແລກ​ປ່ຽນ​ກ່ຽວ​ກັບ​ບາງ​ບັນ​ຫາ​ທີ່​ຄວນ​ເອົາ​ໃຈ​ໃສ່​ ​​ໃນກາ​ນຮ່ວມ​ມື​ພັດທະນາຄື: ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​ລັດ​ໃນຂົງ​ເຂດ​ກະສິກຳ, ການສຶກສາ ​ແລະ ບຳລຸງ​ສ້າງ, ສາທາລະນະ​ສຸກ, ພັດທະນາ​ດ້ານການ​ຄ້າ, ການທ່ອງ​ທ່ຽວ; ​ແບ່ງ​ປັນບົດຮຽນ​ໃນ​ການ​ສ້າງ​ບັນດາ​ແຜນ​ຮ່າງ, ​ໂຄງການ, ນະ​ໂຍບາຍ​ໜູນ​ຊ່ວຍ​ພັດທະນາ​ການ​ຜະລິດ​ກະສິກຳ​ຕາມ​ທິດ​​ເຕັກ​ໂນ​ໂລ​ຊີ​ສູງ… ນະຄອນ​ຮ່າ​ໂນ້ຍ ​ແລະ ​ແຂວງ​ຮວ່າ​ບີ່​ງ ກໍ່​ສືບ​ຕໍ່​ສົມທົບ​ກັນ ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ ໃນ​ວຽກ​ງານ​ຕໍ່ສູ້​, ປ້ອງ​ກັນຕ້ານ​ອາດຊະຍາ​ກຳ, ສໍ້​ກົງ​ ການ​ຄ້າ, ປ້ອງ​ກັນ​ຕ້ານ​ໂລກລະບາດ​. ສົມທົບ​ກໍ່ສ້າງ, ຍົກ​ລະດັບ​ເສັ້ນທາງ​ເຊື່ອມ​ຕໍ່​ລະຫວ່າງ​ 2 ແຂວງ, ນະຄອນ: ​ທາງຫຼວງ​ເລກ 6 (ຕອນ​ເທດສະບານ ຊວນ​ມາຍ ​ໄປ​ນະຄອນ​ຮວ່າ​ບິ່​ງ), ​ເສັ້ນທາງ ຮວ່າ​ລາກ ​ໄປ​ນະຄອນ ຮວ່າ​ບີິ່ງ ​ແລະ ປະຕິບັດ​ແຜນ​ການກໍ່​ສ້າງ​​ນະຄອນ​ຫຼວງ​ຮ່າ​ໂນ້ຍ ​ຮອດປີ 2020 ​ແລະ ວິ​ໄສ​ທັດ​ຮອດ​ປີ 2050.

ຂ່າວ/ບົດ​ອື່ນ