ນະຄອນເກີນເທີສະເຫຼີມສະຫຼອງ50ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ-ກຳປູເຈຍ

(VOVWORLD) -ວັນທີ 20 ມິຖຸນາ, ຢູ່ນະຄອນເກີນເທີ, ຄະນະກຳມະການປະຊາຊົນນະຄອນເກີນເທີ ໄດ້ສົມທົບກັບພະແນກພົວພັນກັບຕ່າງປະເທດ ແລະ ມະຫາວິທະຍາໄລເກີນເທີ ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ກຳປູເຈຍ (24 ມິຖຸນາ 1967 – 24 ມິຖຸນາ 2017).

ນະຄອນເກີນເທີສະເຫຼີມສະຫຼອງ50ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ-ກຳປູເຈຍ - ảnh 1 ນະຄອນເກີນເທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ

ການພົວພັນທາງການທູດລະຫວ່າງຫວຽດນາມ-ກຳປູເຈຍ

(ພາບ: TTXVN)

ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນເກີນເທີ ເຈືອງກວາງຮ່ວາຍນາມ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນເກີນເທີ ຍາມໃດກໍ່ເອົາໃຈໃສ່ ແລະ ສະຫງວນນ້ຳໃຈພິເສດໃຫ້ແກ່ປະເທດຊາດ ແລະ ປະຊາຊົນກຳປູເຈຍ, ເຊິ່ງໄດ້ສະແດງອອກຜ່ານການເຄື່ອນໄຫວແທດຈິງຕ່າງໆຄື: ການຮ່ວມມືດ້ານການສຶກສາ, ເສດຖະກິດ, ສາທາລະນະສຸກທີ່ໄດ້ຮັບບຸລິມະສິດ. ກ່າວຄຳເຫັນທີ່ພິທີ, ທ່ານ Uk CoSa, ຫົວໜ້າກົມພັດທະນາກະຊວງປ້ອງກັນປະເທດກອງທັບລາຊະອານາຈັກກຳປູເຈຍ ປາດຖະໜາວ່າ, 2 ອົງການທີ່ມີໜ້າທີ່ຂອງ 2 ປະເທດເພີ່ມທະວີການຊຸກຍູ້ກົນໄກຄະນະກຳມະການປະສົມຫວຽດນາມ - ກຳປູເຈຍ; ໃນນັ້ນສຸມໃສ່ຍູ້ແຮງການຮ່ວມມືຮອບດ້ານກັບນະຄອນເກີນເທີ ເຊິ່ງແມ່ນທ້ອງຖິ່ນມີຄວາມສະດວກຫຼາຍຢ່າງໃນການຂົນສົ່ງທາງນ້ຳທີ່ເຊື່ອມຕໍ່ກັບກຳປູເຈຍ ແລະ ບັນດາປະເທດໃນພາກພື້ນ… ເຊິ່ງຈະແມ່ນຄູ່ຮ່ວມມືຍາວນານໃນຫຼາຍດ້ານກັບກຳປູເຈຍ ໃນອະນາຄົດ, ພິເສດແມ່ນໃນວຽກງານປົກປັກຮັກສາ ແລະ ນຳໃຊ້ແຫຼ່ງນ້ຳຢູ່ແມ່ນ້ຳຂອງແບບຍືນຍົນ.

ຕອບກັບ

ຂ່າວ/ບົດ​ອື່ນ