ນະຄອນເຫ້ວ: ກ່ວາ 3.000 ຄົນເຂົ້າຮ່ວມ “ການແລ່ນເພື່ອສຸຂະພາບວົງຄະນະຍາດ”

(VOVWORLD) - ກ່ວາ 3.000 ຄົນເຂົ້າຮ່ວມລາຍການໄດ້ພ້ອມກັນແລ່ນຜ່ານບັນດາເສັ້ນທາງສວຍງາມທີ່ມີປູຊະນີຍະສະຖານ, ທິວທັດທີ່ມີຊື່ສຽງຫຼາຍແຫ່ງຂອງເຂດ ກຸງເກົ່າເຫ້ວ.

ຕອນເຊົ້າວັນທີ 5 ກຸມພາ, ຄະນະຊາວໜຸ່ມ ເຫ້ວ , ແຂວງ ເທື່ອທຽນເຫ້ວ ໄດ້ຈັດລາຍການ “Hue jogging - ແລ່ນເພື່ອວົງຄະນະຍາດ” ຄັ້ງທີ 3 ປີ 2023 ດ້ວຍຫົວຂໍ້ “ລະດູບານໃໝ່ແຫ່ງຄວາມຮັກ”. ກ່ວາ 3.000 ຄົນເຂົ້າຮ່ວມລາຍການໄດ້ພ້ອມກັນແລ່ນຜ່ານບັນດາເສັ້ນທາງສວຍງາມທີ່ມີປູຊະນີຍະສະຖານ, ທິວທັດທີ່ມີຊື່ສຽງຫຼາຍແຫ່ງຂອງເຂດ ກຸງເກົ່າເຫ້ວ. ລາຍການເພື່ອແນໃສ່ລະດົມສົ່ງເສີມປະຊາຊົນນະຄອນຫຼາຍລຸ້ນຄົນເຂົ້າຮ່ວມການອອກກຳລັງກາຍ, ຕອບສະໜອງການຂົນຂວາຍ “ທົ່ວປວງຊົນຝຶກແອບອອກກຳລັງກາຍຄືແບບຢ່າງປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່”, ມຸ່ງໄປເຖິງການສະເຫຼີມສະຫຼອງ 48 ປີ - ແຫ່ງວັນປົດປ່ອຍແຂວງ ເທື່ອທຽນເຫ້ວ. ຄະນະຈັດຕັ້ງກໍ່ໄດ້ເລ້ຍລາຍເງິນເຂົ້າກອງທຶນໜູນຊ່ວຍຄົນທຸກຍາກຂອງນະຄອນ ເຫ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ