ນະຄອນໂຮ່ຈິມິນ ຈັດຕັ້ງການພົບປະກັບພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບເມືອປະເທດໃນໂອກາດບຸນເຕັດ

ນະຄອນໂຮ່ຈິມິນ ຈັດຕັ້ງການພົບປະກັບພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບເມືອປະເທດໃນໂອກາດບຸນເຕັດ - ảnh 1
ທ່ານ ​ເລ​ແທງ​ຫາຍ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ
​ພົບ​ປະກັບ​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ
(ພາບ: TTXVN)


(vovworld) – ຕອນ​ຄໍ່າ​ວັນ​ທີ 07/02, ຄະນະ​ພັກ​ນະຄອນ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ ​ແລະ ​ຄະນະ​ກຳມະການແນວ​ໂຮມປະ​ເທດ​ຊາດ​ຫວຽດນາມ ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດການ​ພົບ​ປະສັງ​ສັນ​ໃນ​ໂອກາດ​ບຸນ​ເຕັດ ​ຕ້ອນຮັບ​​ຊາວ​ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ, ຮໍ່າຮຽນ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ ກັບ​ເມືອ​ບ້ານ​ເກີດ​ເມືອງ​ນອນ​ຕ້ອນຮັບ​ບຸນ​ເຕັດ​ປະຈຳ​ຊາດ​ຂອງ​ຊາດ. ​ເຂົ້າ​ຮ່ວມ​ການ​ພົບ​ປະ​ມີ​ທ່ານ ຟ້າ​ມບິ່ງ​ມິ​ງ​ ຮອງ​ນາຍົກລັດຖະມົນ​ຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ; ທ່ານ ​ເລ​ແທງ​ຫາຍ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ພ້ອມ​ກັບ​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນັບ​ຮ້ອຍ​ຄົນ. ທ່ານ ​ເຈີ​ນລິ໋ນານ, ຊາວ​ຫວຽດນາມ ອາ​ໄສ​ຢູ່ ສ.ສະຫະພັນ ​ເຢຍລະ​ມັນ ​​​ແບ່ງປັນວ່າ.

        “​ເຂົ້າ​ຮ່ວມ​ການ​ພົບ​ປະ​ຄັ້ງ​ນີ້​ມີ​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽ​ດນາມ ​​ໄສ​ຢູ່​ທົ່ວ​​ໂລກ, ສະ​ນັ້ນ​ບັນຍາ​ກາດ​ແມ່ນ​ອົບ​ອຸ່ນ​ຫຼາຍ. ກັບ​ເມືອ​ຫວຽດນາມ ຄັ້ງ​ນີ້, ຂ້າພະ​ເຈົ້າ​​ໄດ້​ເຫັນ​ປະຈັກ​ຕາ​ການ​ພັດທະນາ​ທີ່​ນັບ​ມື້​ນັບ​ສວຍ​ສົດ​ງົດ​ງາມຂອງ​ນະຄອນ​ໂຮ່ຈິ​ມິນ ​ເວົ້າ​ສະ​ເພາະ ກໍ່​ຄື​ຂອງ​ປະ​ເທດ​ເວົ້າ​ລວມ”.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເລ​ຮ່ວາງ​ກວນ, ກຳມະການ​​ສູນ​ກາງ​ພັກ, ຮອງ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ທົບ​ທວນຄືນ​ສະພາບ​ເສດຖະກິດ​ສັງຄົມ​ຂອງ​ນະຄອນ​ໃນ​ປີຜ່ານມາ. ​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ແຕ່​​ນະ​ຄອນ​ໂຮ່ຈິ​ມິນ ຍັງ​ບັນລຸ ​ແລະ ລື່ນກາຍ​ຄາດໝາຍ​ດ້ານ​ເສດຖະກິດ, ສັງຄົມ​ທີ່ສຳຄັນ. ຍອດ GDP ພາຍ​ໃນ ​ເພີ່ມ​ຂຶ້ນ​ເກືອບ 9,6%. ລາຍ​ຮັບ​ງົບປະມານ​ຂອງ​ລັດ​ລື່ນ​ກາຍການ​ຄາດ​ຄະ​ເນ​ແມ່ນ 11,44% ​ແລະ ​ເພີ່ມ​ຂຶ້ນ 11,9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013.

ຂ່າວ/ບົດ​ອື່ນ