ນະຄອນໂຮ່ຈິມິນ ຈັດພິທີສະເຫຼີມສະຫຼອງ 224 ປີແຫ່ງວັນໄຊຊະນະ ດົ່ງດາ

ນະຄອນໂຮ່ຈິມິນ ຈັດພິທີສະເຫຼີມສະຫຼອງ 224 ປີແຫ່ງວັນໄຊຊະນະ ດົ່ງດາ - ảnh 1
ລາຍການສະ​ແດງລະຄອນ​ກ່ຽວ​ກັບ​ໄຊຊະນະ ດົ້ງ​ດາ
 (ພາບ : vanhoadoisong)

Vovworld- ຕອນ​ຄ່ຳວັນ​ທີ 14/2 (ກົງ​ກັບ​ວັນ​ທີ 5 ​ເດືອນ​ຈຽງ​ໄລ່​ຕາມ​ຈັນທະ​ປະຕິ​ທີ​ນ), ຢູ່ ນະຄອນ​ໂຮ່ຈິ​ມິນ, ພິທີ​ສະ​ເຫຼີມສະຫຼອງ 224 ປີ​ແຫ່ງ​ວັນ​ໄຊຊະນະ ງອກ​ໂຫ່​ຍ - ດົ່ງ​ດາ ​ໄດ້​ຖືກ​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ ​ແນ​ໃສ່​ເຊີດ​ຊູ​ຮູບ​ພາບ​ນັກ​ວິລະ​ຊົນ​ ກວາງ​ຈູງ - ຫງວຽນ​ເຫ້ວ ດ້ວຍ​ບັນດາ​ວິລະ​ກຳ​ທີ່​ລືຊາ​ຜາ​ກົດ ​ໃນ​ການ​ຕ້ານພວກ​ທະຫານຊິງ - ສັດຕູ​ເຂົ້າ​ມາ​ຮຸກ​ຮານ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ໃນ​ການ​ຕໍ່ຕ້ານ​ຕ້ານ​ສັດຕູ​ຜູ້​ຮຸກຮານ​ຂອງ​ຊາດ​ຫວຽດນາມ. ມີ​ຊາວ​ນະຄອນ ​ແລະ ​ແຂກ​ສາລະ​ທິດ​ນັບ​ພັນ​ຄົນ ​ໄດ້​ມາ​ຮ່ວມ​ງານ​ບຸນ​. ລຸງ ​ໂຮ່ຮຸ່ງ ຢູ່​ເມືອງ 2 ນະຄອນ​ໂຮ່ຈິ​ມິນ​ໃຫ້​ຮູ້​ວ່າ :

 “ ລາຍການສະ​ແດງລະຄອນ​ກ່ຽວ​ກັບ​ໄຊຊະນະ ດົ້ງ​ດາ ​ໃນ​ມື້​ນີ້ ​ແມ່ນ​ມ່ວນ​ຫຼາຍ. ຂ້າພະ​ເຈົ້າ​ຄິດ​ວ່າ ບັນດາ​ອົງການ​ທີ່​ມີໜ້າ​ທີ່​ຮັບຜິດຊອບ​ຄວນ​ຈັດ​ບັນດາ​ລາຍການ​ເຊັ່ນ​ນັ້ນ ​ເພື່ອ​ປຸກລຸກ​ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ສາມັກຄີ​ໃນ​ໝູ່​ໄວ​ໜຸ່ມ​ ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ, ​ເປັນ​ຕົ້ນ​ແມ່ນ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ຂອງ​ຫວຽດນາມ ”  

ຂ່າວ/ບົດ​ອື່ນ