ນະ​ຄອນ​ໂຮ່​ຈີມ​ິນ: ຈຳ​ນວນ​ເງິນ 5,3 ຕື້ USD ທີ່ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ສົ່ງ​ກັບ​ຄືນ​ມາ​ປະ​ເທດ​ໃນ ປີ 2019 ແມ່ນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນາ

(VOVWORLD) - ປີ 2019, ຊາວຫວຽດນາມອາໃສຢູ່ຕ່າງປະເທດສົ່ງເງິນມານະຄອນໂຮ່ຈີມິນເປັນຈຳນວນ 5,3 ຕື້ USD, ເພີ່ມຂຶ້ນ 12%ເມື່ອທຽບໃສ່ປີ 2018. 
ນະ​ຄອນ​ໂຮ່​ຈີມ​ິນ: ຈຳ​ນວນ​ເງິນ 5,3 ຕື້ USD ທີ່ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ສົ່ງ​ກັບ​ຄືນ​ມາ​ປະ​ເທດ​ໃນ ປີ 2019 ແມ່ນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນາ - ảnh 1 ພາບປະກອບ

ແຫຼ່ງເງິນສົ່ງມາຈາກຊາວຫວຽດນາມອາໄສຢູ່ຕ່າງປະເທດນີ້ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ, ສັງຄົມ ແລະ ແຫຼ່ງ ສະສົມເງິນຕາຕ່າງປະເທດຂອງນະຄອນ. ຕາມການສະຖິຕິຂອງ ທະນາຄານແຫ່ງລັດ ຫວຽດນາມແລ້ວ, 72% ຈຳນວນເງິນທີ່ຊາວຫວຽດນາມອາໄສຢູ່ຕ່າງປະເທດສົ່ງກັບ ມາປະເທດ ໄດ້ລົງທຶນເຂົ້າໃນການຜະລິດ, ດຳເນີນທຸລະກິດ, ເກືອບ 22% ລົງທຶນເຂົ້າຂະແໜງ ອະສັງຫາລິມາຊັບ ແລະ ສ່ວນຍັງເຫຼືອແມ່ນໜູນຊ່ວຍຊີວິການເປັນຢູ່ຂອງຍາດຕິພີ່ນ້ອງ. ທ່ານ ຫງວຽນຮ່ວາງມິງ, ຮອງຜູ້ອຳນວຍການທະນາຄານແຫ່ງລັດຫວຽດນາມ, ສາຂາ ນະຄອນໂຮ່ຈີມິນໃຫ້ຮູ້ວ່າ:       

ເງິນທີ່ຊາວຫວຽດນາມອາໄສຢູ່ຕ່າງປະເທດສົ່ງກັບຄືນມາປະເທດແມ່ນໜຶ່ງໃນບັນດາແຫຼ່ງສະໜອງ ເງິນຕາຕ່າງປະເທດສຳຄັນ, ແມ່ນແຫຼ່ງກຳລັງຄຳຂອງເສດຖະກິດ, ສັງຄົມນະຄອນ. ແຫຼ່ງເງິນທີ່ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດສົ່ງກັບມາປະເທດ, FDI, ແຫຼ່ງສົ່ງອອກ, ການທ່ອງທ່ຽວ…ໄດ້ສ້າງໃຫ້ພວກເຮົາມີແຫຼ່ງສະໜອງເງິນຕາທີ່ອຸດົມສົມບູນ, ຜ່ານນັ້ນ ພວກເຮົາອາດຈະເປັນເຈົ້າການຕອບສະໜອງຄວາມຕ້ອງການເງິນຕາຕ່າງປະເທດຂອງພື້ນຖານເສດຖະກິດ, ບັນດາອົງການ, ສ່ວນບຸກຄົນ. ສຳຄັນກ່ວາອີກແມ່ນມັນໄດ້ປະກອບສ່ວນເຂົ້າການພັດທະນາເສດຖະກິດ ແລະ ການສະສົມເງິນຕາຕ່າງປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ