ນະຄອນ​​ໂຮ່ຈີ​ມິນ ດຶງ​ດູດ​​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​​ໄດ້ຫຼາຍກວ່າ 480 ລ້ານ USD ຕື່ມ​ອີກ

(VOVWORLD) -ວິສາຫະກິດການຄ້ານໍາໜ້າເຊິ່ງ ກວມເອົາ 2/3 ຍອດເງິນລົງທຶນທັງໝົດທີ່ໄດ້ຮັບອະນຸຍາດໃນ 2 ເດືອນຕົ້ນປີ 2020.
ນະຄອນ​​ໂຮ່ຈີ​ມິນ ດຶງ​ດູດ​​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​​ໄດ້ຫຼາຍກວ່າ 480 ລ້ານ USD ຕື່ມ​ອີກ - ảnh 1(ພາບປະກອບ: TTXVN) 

        ໃນສອງເດືອນຕົ້ນປີ 2020, ຍອດເງິນລົງທຶນຕ່າງປະເທດລົງທຶນເຂົ້ານະຄອນໂຮ່ຈີມິນ ແມ່ນ 480,6 ລ້ານ USD ເຊິ່ງລວມທັງເງິນລົງທຶນຈົດທະບຽນໃໝ່, ເງິນລົງທຶນດັດປັບການຈົດທະບຽນ ແລະ ປະກອບທຶນ, ຊື້ຫຸ້ນສ່ວນຂອງບັນດານັກລົງທຶນຕ່າງປະເທດ, ເຊິ່ງມີມູນຄ່າເທົ່າກັບ 47% ຍອດເງິນລົງທຶນທັງໝົດ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

        ຕາມນັ້ນແລ້ວ, ມີໂຄງການໃໝ່ 186 ໂຄງການ ດ້ວຍທຶນຈົດທະບຽບ ບັນລຸ 83,3 ລ້ານ USD; ເງິນດັດປັບການລົງທຶນໂຄງການ ແມ່ນມີ 27 ໂຄງການ; ສໍາລັບກໍລະນີປະກອບທຶນ, ຊື້ຫຸ້ນສ່ວນ ແມ່ນມີ 840 ກໍລະນີ. ໃນນັ້ນ, ວິສາຫະກິດການຄ້ານໍາໜ້າເຊິ່ງ ກວມເອົາ 2/3 ຍອດເງິນລົງທຶນທັງໝົດທີ່ໄດ້ຮັບອະນຸຍາດໃນ 2 ເດືອນຕົ້ນປີ 2020. ຖັດມາແມ່ນບັນດາການເຄື່ອນໄຫວດ້ານວິຊາສະເພາະ, ວິທະຍາສາດເຕັກໂນໂລຢີ, ການກໍ່ສ້າງ, ການຖະແຫຼງຂ່າວ ແລະ ສື່ສານ; ອຸດສາຫະກໍາປຸງແຕ່ງ...

ກ່ຽວກັບຄູ່ຮ່ວມມືລົງທຶນໃນບໍລິເວນນະຄອນໂຮ່ຈີມິນ ມີທັງໝົດ 32 ປະເທດ ແລະ ເຂດແຄ້ວນມີໂຄງການລົງທຶນ; ໃນນັ້ນ, ສິງກະໂປ ມີ 27 ໂຄງການ, ຖັດມາແມ່ນ ຍີ່ປຸ່ນ ມີ 19 ໂຄງການ. 

ຕອບກັບ

ຂ່າວ/ບົດ​ອື່ນ