ນະຄອນໂຮ່ຈິມິນ ນຳມະຕິສູນກາງຄັ້ງທີ 9 (ຊຸດທີ 11) ເຂົ້າໃນຊີວິດ

ນະຄອນໂຮ່ຈິມິນ ນຳມະຕິສູນກາງຄັ້ງທີ 9 (ຊຸດທີ 11) ເຂົ້າໃນຊີວິດ - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 06/08, ທ່ານ​ເລ​ແທງ​ຫາຍ, ​ເລ​ຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ພະນັກງານ​ນະຄອນຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 9 (ຊຸດ​ທີ 11) ​​ກ່ຽວ​ກັບ​ການກໍ່ສ້າງ ​ແລະ ພັດທະນາ​ວັດທະນະທຳ, ຊາວ​ຫວຽດນາມ ຕອບສະໜອງ​ຄວາມ​ຮຽກຮ້ອງ​ພັດທະນາ​ປະ​ເທດ​ຊາດຢ່າງ​ໝັ້ນຄົງ. ທີ່ກອງປະຊຸມ, ນອກຈາກຮັບຟັງຊາບຊຶມບັນດາເນື້ອໃນຂອງມະຕິແລ້ວ, ບັນດາຜູ້ແທນ ໄດ້ສຸມໃສ່ປຶກສາຫາລືໜ້າທີ່ສ້າງສະພາບ​ແວດ​ລ້ອມ​ວັດທະນະທຳ​ຂອງ​ນະຄ​ອນກັບ​ບົດ​ບາດ​ເປັນ​ສູນ​ເສດຖະກິດ, ວັດທະນະທຳ, ພົບ​ປະ​ແລກປ່ຽນກັບສາກົນ​ຂອງ​ທົ່ວ​ເຂດ ​ແລະ ທົ່ວ​ປະ​ເທດ.

        ກ່າວ​ຄຳ​ເຫັນ​ສະ​ຫຼຸບ​ກອງ​ປະຊຸມ, ທ່ານ ຫວໍ​ວັນ​​ເຖືອງ, ຮອງ​ເລຂາ​ຜູ້​ປະຈຳການ​ຄະນະພັກ​ນະຄອນ​ໂຮ່ຈິ​ມິນ ​ເນັ້ນ​ໜັກ​ວ່າ: ​ເພື່ຶອ​ໃຫ້​ມະຕິກ້າວ​ເຂົ້າ​ໃນ​ຊີວິດ​ຕ​ົວຈິງ, ທາງນະຄອນ​ຕ້ອງ​ຜັນ​ຂະຫຍາຍ​ໂຄງການ​ເຄື່ອນ​ໄຫວ​ລະອຽດ; ຄົ້ນຄວ້າ, ຊາບ​ຊຶມ​ຢ່າງ​ລະອຽດ​ເພື່ອ​ກຳນົດ​ໄດ້​ຄາດໝາຍ​ກໍ່ສ້າງ ​ແລະ ພັດທະນາ​ວັດທະນະທຳ, ມະນຸດ​ນະຄອ​ນ ​ໃນ​ການ​ພົວພັນ​ລວມກັບ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ