ນະ​ຄອນ​ໂຮ່​ຈີ​ມິນ ບັນ​ລຸ​ລະ​ດັບ​ນຳ​ເຂົ້າ-ສົ່ງ​ອອກກວ່າ 100 USD ​ອາ​ເມ​ລິ​ກາ ເປັນ​ຕະຫຼ​າດ​ສົ່ງ​ອອກ​ທຳ​ອິດ​ຂອງ ຫວຽດ​ນາມ ລືນ​ກາຍ 100 ຕື້ ​USD

(VOVWORLD) -ຄິດໄລ່ໝົດເດືອນພະຈິກ, ຂອບຂະໜາດວົງເງິນນຳເຂົ້າ-ສົ່ງອອກຂອງ ນະຄອນໂຮ່ຈີມິງ ບັນລຸ 101,6 ຕື້ USD, ກາຍເປັນທ້ອງຖິ່ນທຳອິດຂອງທົ່ວປະເທດທີ່ບັນລຸຂອບຂະໜາດນີ້. ບັນດາທ້ອງຖິ່ນຈັດຢູ່ຫຼັງ ນະຄອນໂຮ່ຈີມິນແມ່ນ: ບັກນິ່ງ ບັນລຸ 78,55 ຕື້ USD; ບິ່ງເຢືອງ ຢູ່ລຳດັບ3, ບັນລຸ 54,4 ຕື້ USD. 

        ຕາມຕົວເລກຫຼ້າສຸດຂອງ ກົມໃຫຍ່ພາສີ, ຄິດໄລ່ໝົດເດືອນພະຈິກ, ຂອບຂະໜາດວົງເງິນນຳເຂົ້າ-ສົ່ງອອກຂອງ ນະຄອນໂຮ່ຈີມິງ ບັນລຸ 101,6 ຕື້ USD, ກາຍເປັນທ້ອງຖິ່ນທຳອິດຂອງທົ່ວປະເທດທີ່ບັນລຸຂອບຂະໜາດນີ້. ບັນດາທ້ອງຖິ່ນຈັດຢູ່ຫຼັງ ນະຄອນໂຮ່ຈີມິນແມ່ນ: ບັກນິ່ງ ບັນລຸ 78,55 ຕື້ USD; ບິ່ງເຢືອງ ຢູ່ລຳດັບ3, ບັນລຸ 54,4 ຕື້ USD. ນອກຈາກ 3 ທ້ອງຖິ່ນນີ້, ບັນດາແຂວງ, ນະຄອນທີ່ມີວົງເງິນນໍເຂົ້າ-ສົ່ງອອກຫຼາຍ ຈາກຫຼາຍຕື້ເຖິງຫຼາຍສິບຕື້ USD (ຄິດໄລ່ຮອດທ້າຍເດືອນພະຈິກ), ແມ່ນ: ທ້າຍງວຽນ, ດົງນາຍ, ຫາຍຟອງ, ບັກຢ່າງ, ຟູ້ເຖາະ, ວິງຟຸກ, ເຕີຍນິງ, ລອງອານ…

        ກ່ຽວກັບຕະຫຼາດສົ່ງອອກ, ຫວຽດນາມສົ່ງອອກໄປສະຫະລັດອາເມລິກາ ຫຼາຍສຸດ ດ້ວຍວົງເງິນຄາດຄະເນບັນລຸ 101 ກວ່າ ຕື້ USD. ນີ້ກໍ່ແມ່ນຕະຫຼາດສົ່ງອອກທຳອິດຂອງ ຫວຽດນາມ ລື່ນກາຍ 100 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ