ນະ​ຄອນໂຮ່ຈີ​ມິນ ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ຊ່ວຍ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ

(VOVWORLD) -ວັນທີ 22 ກຸມພາ, ຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ ຈັດການໂອ້ລົມສົນທະນາກັບ 18 ການນຳນະຄອນ ການນຳ ສະມາຄົມວິສາຫະກິດຕ່າງປະເທດ ຢູ່ນະຄອນໂຮ່ຈີມິນ ດ້ວຍຫົວຂໍ້ “ຍົກສູງປະສິດທິຜົນການເຄື່ອນໄຫວວຽກງານທາງລັດຖະການ, ຍູ້ແຮງການປະຕິຮູບການບໍລິຫານ ແລະ ປັບປຸງສະພາບແວດລ້ອມແຫ່ງການລົງທຶນ; ຊຸກຍູ້ການພັດທະນາເສດຖະກິດ; ຮັບປະກັນສະຫວັດດີການສັງຄົມ”.
ນະ​ຄອນໂຮ່ຈີ​ມິນ ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ຊ່ວຍ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ - ảnh 1ການໂອ້ລົມສົນທະນາກັບ 18 ການນຳນະຄອນ ການນຳ ສະມາຄົມວິສາຫະກິດຕ່າງປະເທດ ຢູ່ນະຄອນໂຮ່ຈີມິນ (ພາບ: TTXVN)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຟານວັນໝາຍ, ປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ, ຢືນຢັນວ່າ: ນະຄອນໂຮ່ຈີມິນ ພວມສຸມໃສ່ການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ເຮັດແຈ້ງຄວາມຮັບຜິດຊອບໃນການບໍລິຫານຂອງບັນດາອົງການ, ຄວາມຮັບຜິດຊອບວຽກງານທາງລັດຖະການ ຂອງອົງການພາລະກອນແຕ່ລະຄົນ ໜຶ່ງໃນບັນດາໜ້າທີ່ປີ 2023 ແມ່ນສຸມໃສ່ປະສິດທິເຄື່ອນໄຫວວຽກງານທາງລັດຖະການ ປະຕິຮູບລະບຽບການບໍລິຫານໃຫ້ມີປະສິດທິຜົນກວ່າເກົ່າ, ປັບປຸງສະພາບແວດລ້ອມການລົງທຶນໃຫ້ດີຂຶ້ນ. ນະຄອນໂຮ່ຈີມິນ ຈະປະກາດບັນດາຂໍ້ກຳນົດຢ່າງຈະແຈ້ງກ່ຽວກັບສິດອຳນາດ, ຄວາມຮັບຜິດຊອບ, ໄລຍະປະຕິບັດບັນດາລະບຽບການບໍລິຫານ ໃຫ້ສະມາຄົມວິສາຫະກິດ ໂດຍໄວ. ທ່ານ ຟານວັນໝາຍ ເນັ້ນໜັກວ່າ: ນະຄອນຈະສືບຕໍ່ມານະພາຍາຍາມ, ປັບປຸງການບໍລິຫານ, ນຳໃຊ້ການຫັນເປັນດີຈີຕອນຍິ່ງຫຼາຍຍິ່ງດີ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາວິສາຫະກິດ ໃນວິວັດການປະຕິບັດບັນດາລະບຽບການບໍລິຫານ. ຈະເປັນນະຄອນທີ່ບັນລຸເປົ້າໝາຍ ການເຄື່ອນໄຫວໂດຍພື້ນຖານຂອງອຳນາດການປົກຄອງ ໃນລະບົບດີຈີຕອນ ໃນປີ 2025.

ຕອບກັບ

ຂ່າວ/ບົດ​ອື່ນ