ນະ​ຄອນ​ໂຮ່​ຈີ​ມິນ ປະ​ຕິ​ບັດຕາມຄຳ​ສັ່ງ​ເລກ​ທີ 16 ໃນ​ທົ່ວ​ນະ​ຄອນ​ເປັນ​ເວ​ລາ 15 ວັນ ນັບ​ແຕ່​ເວ​ລາ 0 ໂມງ​ຂອງວັນ​ທີ 9 ກໍ​ລະ​ກົດ

(VOVWORLD) -ປັດຈຸບັນ ມີພະນັກງານ, ພາລະກອນການແພດ ກ່ວາ 3.300 ຄົນ ຂຶ້ນກັບບັນດາຫົວໜ່ວຍຂອງ ກະຊວງສາທາລະນະສຸກ, ນັກສຶກສາບັນດາໂຮງຮຽນການຢາ ໄດ້ມີໜ້າຢູ່ນະຄອນໂຮ່ຈີມິນ. ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ຖັນແຖວພະນັກງານ, ພາລະກອນການແພດ ເກືອບ 10.000 ຄົນຈະໄດ້ລະດົມໄປໜູນຊ່ວຍໃຫ້ແກ່ ນະຄອນໂຮ່ຈີມິນ.
ນະ​ຄອນ​ໂຮ່​ຈີ​ມິນ ປະ​ຕິ​ບັດຕາມຄຳ​ສັ່ງ​ເລກ​ທີ 16 ໃນ​ທົ່ວ​ນະ​ຄອນ​ເປັນ​ເວ​ລາ 15 ວັນ ນັບ​ແຕ່​ເວ​ລາ 0 ໂມງ​ຂອງວັນ​ທີ 9 ກໍ​ລະ​ກົດ - ảnh 1ຄະນະປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເຂົ້າຮ່ວມການປະຊຸມກັບການນຳນະຄອນ ໂຮ່ຈີມິນ ໃນຕອນບ່າຍວັນທີ 7 ກໍລະກົດ

ທົ່ວນະຄອນໂຮ່ຈີມິນ ຈະນຳໃຊ້ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຕາມຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ ເປັນເວລາ 15 ວັນ, ນັບແຕ່ເວລາ 0 ໂມງຂອງວັນທີ 9 ກໍລະກົດ. ນີ້ແມ່ນ ການສະຫຼຸບ ທີ່ ທ່ານ ຫງວຽນແທັງຟອງ, ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນໄດ້ ປະກາດຢູ່ກອງປະຊຸມຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນະຄອນໂຮ່ຈີມິນ ດຳເນີນໃນຕອນບ່າຍວັນທີ 7 ກໍລະກົດ.

ທ່ານ ຫງວຽນແທັງຟອງ ເນັ້ນໜັກເຖິງ 7 ຂໍ້ໃນການປະຕິບັດຕາມຄຳສັ່ງເລກທີ 16 ຄັ້ງນີ້, ໃນນັ້ນສິ່ງທີ່ເປັນໜ້າສົນໃຈທີ່ສຸດນັ້ນແມ່ນ ຮຽກຮ້ອງໃຫ້ປະຊາຊົນໝົດທຸກຄົນຕ້ອງຢູ່ໃນເຮືອນ, ອອກໄປນອກພຽງແຕ່ໃນກໍລະນີທີ່ມີຄວາມຈຳເປັນ, ຍົກເວັ້ນບັນດາກໍລະນີໄປຊື້ສະບຽງອາຫານ, ຢຸກຢາ, ສຸກເສີນ… ບັນດາການບໍລິການສະໜອງເຄື່ອງຂອງທີ່ຈຳເປັນຕ່າງໆຍັງຄົງສືບຕໍ່ເຄື່ອນໄຫວເປັນປົກກະຕິ. ທ່ານ ໃຫ້ຮູ້ວ່າ:

ທາງນະຄອນໄດ້ກຽມພ້ອມໃຫ້ແກ່ທຸກກໍລະນີໂລກລະບາດ ແລະ ຍາມໃດກໍ່ຮັບປະກັນຄວາມອຸດົມສົມບູນ ແລະ ຈຳນວນຂອງສິນຄ້າຢູ່ບັນດາຮ້ານສັບພະສິນຄ້າ, ຕະຫຼາດ. ດັ່ງນັ້ນ, ປະຊາຊົນບໍ່ຈຳເປັນຕ້ອງໄປຊື້ສິນຄ້າ ເພື່ອແຮໄວ້ ແລະ ບໍ່ເຕົ້າໂຮມກັນຫຼາຍຄົນຢູ່ບັນດາຮ້ານສັບພະສິນຄ້າ, ຕະຫຼາດ, ຕ້ອງມີຄວາມໄວ້ເນື້ອເຊື່ອໃຈ ແລະ ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງສູນກາງ ແລະ ນະຄອນຢ່າງເຂັ້ມງວດ.

ປັດຈຸບັນ ມີພະນັກງານ, ພາລະກອນການແພດ ກ່ວາ 3.300 ຄົນ ຂຶ້ນກັບບັນດາຫົວໜ່ວຍຂອງ ກະຊວງສາທາລະນະສຸກ, ນັກສຶກສາບັນດາໂຮງຮຽນການຢາ ໄດ້ມີໜ້າຢູ່ນະຄອນໂຮ່ຈີມິນ. ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ຖັນແຖວພະນັກງານ, ພາລະກອນການແພດ ເກືອບ 10.000 ຄົນຈະໄດ້ລະດົມໄປໜູນຊ່ວຍໃຫ້ແກ່ ນະຄອນໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ