ນະ​ຄອ​ນ​ໂຮ່​ຈີ​ມິນ ຜັນ​ຂະ​ຫຍາຍ​ບ້ວງ​ເງິນ​ໜູນ​ຊ່ວຍ​ຈາກ​ບ້ວງ​ເງິນ 26.000 ຕື້​ດົ່ງ​ຂອງ ລັດ​ຖະ​ບານ

(VOVWORLD) -ຕາມພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ນະຄອນໂຮ່ຈີມິນ ແລ້ວ, ໄລ່ຮອດວັນທີ 26 ກໍລະກົດ, ມີຜູ້ອອກແຮງງານເສລີ ກ່ວາ 298.000 ຄົນ (100%) ໄດ້ຮັບການໜູນຊ່ວຍດ້ວຍງົບປະມານກ່ວາ 447 ຕື້ດົ່ງ, ແຕ່ລະຄົນໄດ້ຮັບເງິນ 1,5 ລ້ານດົ່ງ.
ນະ​ຄອ​ນ​ໂຮ່​ຈີ​ມິນ ຜັນ​ຂະ​ຫຍາຍ​ບ້ວງ​ເງິນ​ໜູນ​ຊ່ວຍ​ຈາກ​ບ້ວງ​ເງິນ 26.000 ຕື້​ດົ່ງ​ຂອງ ລັດ​ຖະ​ບານ - ảnh 1ນະຄອນໂຮ່ຈີມິນ ພວມມານະພະຍາຍາມໜູນຊ່ວຍປະຊາຊົນປະສົບກັບຄວາມຫຍຸ້ງຍາກ

ຕອນບ່າຍວັນທີ 28 ກໍລະກົດ, ນະຄອນໂຮ່ຈີມິນ ໄດ້ສົ່ງເອກະສານໄປຍັງບັນດາພະແນກ, ຂະແໜງການ ແລະ ບັນດາເມືອງ, ນະຄອນ ຖຸດຶກ ກ່ຽວກັບການໜູນຊ່ວຍຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານປະສົບກັບຄວາມຫຍຸ້ງຍາກ ຈາກໂລກລະບາດໂຄວິດ - 19.

ເປົ້າໝາຍ, ຫຼັກການໜູນຊ່ວຍ ເພື່ອໜູນຊ່ວຍໃຫ້ຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານທີ່ໄດ້ປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19, ປະກອບສ່ວນຟື້ນຟູ ແລະ ນຳການຜະລິດ, ດຳເນີນທຸລະກິດກັບຄືນສູ່ສະພາບການທີ່ເປັນປົກກະຕິ, ຫຼຸດຜ່ອນບັນດາຜົນກະທົບຫຍໍ້ທໍ້ຂອງໂລກລະບາດໂຄວິດ - 19, ຮັບປະກັນຊີວິດການເປັນຢູ່ ແລະ ຄວາມປອດໄພໃຫ້ແກ່ຜູ້ອອກແຮງງານ.

ດັ່ງນັ້ນ, ນະຄອນໂຮ່ຈີມິນ ຈະປະຕິບັດທັງສອງນະໂຍບາຍໜູນຊ່ວຍ ແມ່ນປ້ວງເງິນ 886 ຕື້ດົ່ງ ຕາມມະຕິສະບັບເລກທີ 09 ຂອງນະຄອນ ແລະ ບ້ວງເງິນ 26.000 ຕື້ດົ່ງຕາມມະຕິສະບັບເລກທີ 678 ຂອງ ລັດຖະບານ.

ຕາມພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ນະຄອນໂຮ່ຈີມິນ ແລ້ວ, ໄລ່ຮອດວັນທີ 26 ກໍລະກົດ, ມີຜູ້ອອກແຮງງານເສລີ ກ່ວາ 298.000 ຄົນ (100%) ໄດ້ຮັບການໜູນຊ່ວຍດ້ວຍງົບປະມານກ່ວາ 447 ຕື້ດົ່ງ, ແຕ່ລະຄົນໄດ້ຮັບເງິນ 1,5 ລ້ານດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ