ນະຄອນໂຮ່ຈິມິນ ພົບປະສັງສັນກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ

ນະຄອນໂຮ່ຈິມິນ ພົບປະສັງສັນກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ - ảnh 1
(ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ
ພົບ​ປະສັງ​ສັນກັບຊາ​ວຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ)


(vovworld) -     ຕອນ​ຄໍ່າ​ວັນ​ທີ 04/02, ຄະນະ​ພັກ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດງານ​ພົບ​ປະສັງ​ສັນກັບຊາ​ວຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ປະ​ມານ 800 ຄົນ ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ ປີ​ມະ​ເສ​ງ 2013. ​ໂດຍຕາງໜ້າ​ການ​ນຳ​ນະຄອນ​ໂຮ່ຈິ​ມິນ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ ​ໄດ້​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ເວົ້າ​ລວມ ​ແລະ ນະຄອນ​ໂຮ່ຈິ​ມິນ​ເວົ້າ​ສະ​ເພາະ, ພ້ອມ​ທັງ​ປາດ​ຖະໜາ​ວ່າ ພໍ່​ແມ່​ປະຊາຊົນ​ຈະສືບ​ຕໍ່​ໄດ້​ມີ​ການ​ອຸທິດ​ສ່ວນ, ປະກອບສ່ວນ​ຫຼາຍ​ກວ່າອີກ​ໃຫ້​ແກ່​ປະ​ເທດ​ຊາດ​ໃນ​ທຸກ​ຂົງ​ເຂດ, ກາຍ​​ເປັນ​ຂົວ​ເຊື່ອມ​ຕໍ່​ມິດຕະພາບ​ລະຫວ່າງ​ຫວຽດນາມ, ນະຄອນ​ໂຮ່ຈິນມິນ ກັບ​ເພື່ອ​ນມິດ​ສະກົນ. ປະຈຸ​ບັນ, ​ໃນ​ບໍລິ​ເວນ​ນະຄອນ​ມີ​ຜູ້​ຊ່ຽວ​ຊານ, ນັກ​ປັນ​ຍາ​ຊົນ​ 400 ຄົນ​ເຊິ່ງ​​ແມ່ນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ, ມີ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ກວ່າ 200 ຄົນ​ໄດ້​ມີ​ການ​ຮ່ວມ​ງານ​ເປ​ັນປະຈຳກັບ​ບັນດາ​ສະ​ຖາ​ບັນ, ມະຫາວິທະຍາ​ໄລ, ບໍລິສັດ, ​ໂຮງໝໍ ​ຂອງ​ນະຄອນ. ນອກຈາກ​ນັ້ນ, ​ໃນ​ບໍລິ​ເວນ​ນະຄອນ​ໂຮ່ຈິ​ມິນ ຍັງ​ມີ​ວິ​ສາ​ຫະກິດ 2.500 ​ແຫ່ງ​ທີ່​ມີ​ເງິນ​ລົງທຶນ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຍອດ​ມູນ​ຄ່າ​ກວ່າ 50.000 ຕື້​ດົງ.

ຂ່າວ/ບົດ​ອື່ນ