ນະຄອນໂຮ່ຈິມິນ ສົ່ງຊາວກະສິກອນໄປຕ່າງປະເທດເພື່ອຮໍ່າຮຽນເອົາ ບົດຮຽນ

ນະຄອນໂຮ່ຈິມິນ ສົ່ງຊາວກະສິກອນໄປຕ່າງປະເທດເພື່ອຮໍ່າຮຽນເອົາ ບົດຮຽນ - ảnh 1
(ພາບປະກອບ)

(vovworld) - ສະມາຄົມ​ຊາວ​ກະສິກອນ​ນະ​ຄອນ​ໂຮ່ຈິ​ມິນ ຈະ​ຜັນ​ຂະຫຍາຍ​ການ​ສົ່ງຊາວ​ກະສິກອນ​ໄປ​ຮໍ່າຮຽນ​ເອົາ​ບົດຮຽນ​ຢູ່​ຕ່າງປະ​ເທດ ຕາມ​ໂຄງການ​ທີ່​ແກ່ຍາວ​ເປັນ​ເວລາ 5 ປີ. ​ໃນ​ຄັ້ງ​ທຳ​ອິດ, ມີ​ຊາວ​ກະສິກອນ 30 ຄົນ​ທີ່​ຜະລິດ​ເກັ່ງ​ດີ​ ​ໄດ້​ສົ່ງ​ໄປ​ຮຽນ​ຢູ່​ສ.​ເກົາຫຼີ ​ເພື່ອ​ຮໍ່າຮຽນ​ເອົາ​ບົດຮຽນ​ກ່ຽວ​ກັບ​ການ​ຜະລິດ​ກະສິກຳ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ເດືອນ 06/2014. ຕາມ​ແຜນ​ຮ່າງ, ​ໄລຍະ 2014 – 2018 ມີ​ພະນັກງານ​ຄຸ້ມ​ຄອງ ​ແລະ ຊາວ​ກະສິກອນ 100 – 125 ຄົນ​ຈະ​ໄປ​ຮໍ່າຮຽນ​ເອົາ​ບົດຮຽນກ່ຽວ​ກັບວິທີ​ການ​ຄຸ້ມ​ຄອງ, ​ເຕັກນິກ​ຢູ່​ບັນດາ​ປະ​ເທດ​ທີ່​ມີ​ທ່າ​ແຮງ​ດ້ວຍ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ​ຄື: ​ໄທ, ສ.​ເກົາຫຼີ, ມາ​ເລ​ເຊຍ ​ແລະ ຈີນ. ທ່ານ ຫງວຽນ​ວັນ​ຟຸ້ງ, ປະທານ​ສະມາຄົມ​ຊາວ​ກະສິກອນ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ.

        “​ແຜນ​ຮ່າງ​ນຳ​ຊາວ​ກະສິກອນ​ໄປຮຽນ​ຢູ່​ຕ່າງປະ​ເທດ ຈະຊ່ວຍ​ໃຫ້​ຊາວ​ກະສິກອນ​ຮັບ​​ເອົາ​ບັນດາ​ບົດຮຽນ ​ແລະ ຄວາມ​ຮູ້​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະລິດ, ຊ່ວຍ​​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງນະຄອນ​​ໃຫ້​ບັນລຸ​ຜົນສຳ​ເລັດ. ດ້ວຍ​ຮູບ​ແບບ​ດັ່ງກ່າວ, ຊາວ​ກະສິກອນ​ນະຄອນ​ຈະ​ຄ່ອຍໆ​ເຊື່ອມ​ໂຍງກັບ​ຊາວ​ກະສິກອນ​ໃນ​ທົ່ວ​ປະ​ເທດ ​ແລະ ພາກ​ພື້ນ​”.

ຂ່າວ/ບົດ​ອື່ນ