ນະຄອນໂຮ່ຈິມິນ ສຸມໃສ່ບັນດາແຫຼ່ງຊັບພະຍາກອນມະນຸດເພື່ອພັດທະນາໃນປີ 2013

ນະຄອນໂຮ່ຈິມິນ ສຸມໃສ່ບັນດາແຫຼ່ງຊັບພະຍາກອນມະນຸດເພື່ອພັດທະນາໃນປີ 2013 - ảnh 1
(ພາບປະກອບ)

(vovworld) -     “ທົບ​ທວນ​ຄື​ນ​ໄລຍະ 1 ປີ” ​ນັ້ນແມ່ນ​ຫົວ​ຂໍ້​ຂອງ​ລາຍການ​ຮັກ​ຟັງ ​ແລະ ​ແລກປ່ຽນ​ໃນ​ເດືອນ 01/2013 ​ໂດຍ​ສະພາ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ສົມທົບ​ກັບ​ໂທລະພາບ​ນະຄອນ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າວັນ​ທີ 06/01. ລາຍການ​ນີ້​​ຖືກ​ຈັດ​ຂຶ້ນ​ແມ່ນ​ເພື່ອ​ແນ​ໃສ່​ຕີ​ລາຄາ​ບັນດາ​ຜົນງານ​ກ່ຽວ​ກັບ​ເສດຖະກິດ, ສົງ​ຄົມ​ຂອງ​ນະຄອນ​ໂຮ່ຈິ​ມິນ​ໃນ​ປີ 2012 ​ແລະ ບັນດາ​ມາດ​ຕະການ​ປະຕິບັດ​ໜ້າ​ທີ່​ໃນ​ປີ 2013. GDP ປີ 2012 ຂອງ​ນະຄອນ​ບັນລຸ​​ໄດ້ 592.000 ຕື້​ດົງ. ​ໂຄງການ​ຮັກສາ​ລາຄາ​ສິນຄ້າຕະຫຼາດ​ເປັນ​ປົກກະຕິນັບ​ມື້​ນັບ​ມີຫຼາຍ​ຮູບ​ຫຼາຍ​​ແບບ, ຮູບ​ແບບ​ຊົນນະບົດ​ໃໝ່​ກໍ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ໄດ້​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ປ່ຽນ​ໃໝ່​ເທື່ອ​ລະ​ກ້າວ. ​ໃນ​ປີຜ່ານມາ, ນະຄອນ​ກໍ່​ເລີ່ມ​ລົງມື​ກໍ່ສ້າງ​ບັນດາ​​ໂຄງການ​ຈຸດ​ສຸມ, ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ເພື່ອ​ສຳ​​ເລັດ​ລະບົບ​ພື້ນຖານ​ໂຄງ​ລ່າງ​ຕົວ​ເມືອງ. ປີ 2013 ​ແມ່ນ​ປີ​ຈຸດ​ສຸມ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ, ສັງຄົມ​​ໄລຍະ 2011 – 2015. ​ໃນ​ເງື່ອນ​ໄຂ​ພື້ນຖານ​ເສດຖະກິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ນະຄອນ​ໂຮ່ຈິ​ມິ​ນ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​​ເພື່ອ​ປະຕິບັດ​ບັນດາ​ຄາດໝາຍ​ເສດຖະກິດ, ສັງຄົມ​ທີ່​ໄດ້​ວາງ​ອອກ. ທ່ານ​ເລ​ແມ້ງ​ຮ່າ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂ​ຮ່ຈິ​ມິນ ​ໃຫ້​ຮູ້ວ່າ.

        “ນະຄອນ​ໄດ້​ວາງ​ອອກ 5 ໜ້າ​ທີ່ ​ແລະ ມາດ​ຕະການ​ແກ້​ໄຂ​ໃຫ້​ປີ 2013 ​ເຊິ່ງແມ່ນ​ຮັບປະກັນ​ເສດຖະກິດ​ເພື່ອ​​ເຮັດ​ໃຫ້ໄຟ​ເງິນ​ເຟີ້​ບໍ່​ກັບຕ່າວ​ຄືນ, ​ເພື່ອ​ໃຫ້​ປະຊາຊົນ​ອຸ່ນ​ອ່ຽງ​ໃຈ​ທຳ​ການຜະລິດ, ດຳ​ເນີນ​ທຸລະ​ກິດ. ສຳຄັນ​ແມ່ນ​ປະຕິບັດ​ມາດ​ຕະການ​ແກ້​ໄຂ ​ແລະ ອີງ​ໃສ່​ຖັນ​ແຖວ​ພະນັກງານ, ພາລະ​ກອນ. ຖ້າ​ຫາກ​ຜູ້ນຳ​ໜ້າ​ກ້າ​ຄິດ​ກ້າ​ທຳ ຈະ​ສຳ​ເລັດ​ໜ້າ​ທີ່. 2 ​ເນື້ອ​ໃນ​ຈະ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ນັ້ນ​ແມ່ນ​ວຽກ​ງານ​ພະນັກງານ ​ແລະ ຄຸ້ມ​ຄອງ​ທີ່​ດິນ, ບໍ່​ພຽງ​ແຕ່​ໃນ​ປີ 2013 ​ເທົ່າ​ນັ້ນ, ຫາກ​ຍັງ​ໃນ​ຊຸມ​ປີ​ຕໍ່ໆ​ໄປ​ອີກ​ດ້ວຍ.”

ຂ່າວ/ບົດ​ອື່ນ