ນະ​ຄອນ​ໂຮ່​ຈີ​ມິນ ສະ​ເໜີ​ແນະ ລັດ​ຖະ​ບານ ມີ​ກົນ​ໄກ​ພິ​ເສດ​ໃຫ້​ແກ່​ນະ​ຄອນ ຖູ​ດຶກ

(VOVWORLD) -ທີ່ກອງປະຊຸມ, ທ່ານປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ຫງວຽນແທັງຟອງ ໄດ້ສະເໜີ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ອະນຸຍາດໃຫ້ ນະຄອນໂຮ່ຈີມິນສືບຕໍ່ປະຕິບບັດ ການປັບປຸງໂຄງການສ້າງພື້ນຖານໂຄງລ່າງເຂດຊຸມຊົນ ທາງພາກເໜືອ ແລະ ກໍ່ສ້າງເສັ້ນທາງເໜືອ - ໃຕ້ໃຫ້ສຳເລັດສົມບູນແບບ.
ນະ​ຄອນ​ໂຮ່​ຈີ​ມິນ ສະ​ເໜີ​ແນະ ລັດ​ຖະ​ບານ ມີ​ກົນ​ໄກ​ພິ​ເສດ​ໃຫ້​ແກ່​ນະ​ຄອນ ຖູ​ດຶກ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VGP)

ຕອນເຊົ້າວັນທີ 13 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ໄດ້ມີການເຮັດວຽກກັບການນຳນະຄອນ ໂຮ່ຈີມິນ ເພື່ອແນໃສ່ປຶກສາຫາລື, ແກ້ໄຂບັນດາເນື້ອໃນ ຊ່ວຍໃຫ້ນະຄອນໂຮ່ຈີມິນພັດທະນາກ່ວາອີກ. ທີ່ກອງປະຊຸມ, ທ່ານປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ຫງວຽນແທັງຟອງ ໄດ້ສະເໜີ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ອະນຸຍາດໃຫ້ ນະຄອນໂຮ່ຈີມິນສືບຕໍ່ປະຕິບບັດ ການປັບປຸງໂຄງການສ້າງພື້ນຖານໂຄງລ່າງເຂດຊຸມຊົນ ທາງພາກເໜືອ ແລະ ກໍ່ສ້າງເສັ້ນທາງເໜືອ - ໃຕ້ໃຫ້ສຳເລັດສົມບູນແບບ. ພິເສດ, ທ່ານ  ຫງວຽນແທັງຟອງ ໄດ້ສະເໜີສ້າງແຜນຮ່າງກ່ຽວກັບກົນໄກນະໂຍບາຍພິເສດສຳລັບນະຄອນ ຖູດຶກ:

ເພື່ອໃຫ້ນະຄອນຖູດຶກ ກາຍເປັນກຳລັງໜູນການເຕີບໂຕໃໝ່ໃຫ້ແກ່ນະຄອນໂຮ່ຈີມິນ ແລະ ເຂດເສດຖະກິດທາງທິດໃຕ້ຢ່າງແທ້ຈິງ, ຂ້າພະເຈົ້າຂໍສະເໜີ ທ່ານນາຍົກລັດຖະມົນຕີ ຊີ້ນຳບັນດາກະຊວງ, ຂະແໜງການຂັ້ນສູນກາງສົມທົບກັບນະຄອນສ້າງແຜນຮ່າງກ່ຽວກັບກົນໄກ, ນະໂຍບາຍໃຫ້ເໝາະສົມກັບນະຄອນຖູດຶກ ຕາມມະຕິທີ່ໄດ້ຍື່ນສະເໜີຕໍ່ລັດຖະບານໃນໄຕມາດທີ II ຂອງປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ