ນະຄອນ​ໂຮ່ຈີ​ມິນ ​ສ້າງ​ແຜນ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວສາກົນ

(VOVWORLD) -ນະຄອນໂຮ່ຈີມິນ ສຸມໃສ່ປະຕິບັດໜ້າທີ່ຄວບຄູ່, ທັງປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ປອດໄພຢ່າງເດັດຂາດ, ທັງພັດທະນາເສດຖະກິດ.
ນະຄອນ​ໂຮ່ຈີ​ມິນ ​ສ້າງ​ແຜນ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວສາກົນ - ảnh 1ທ່ານ ໂດ໊ຊວັນຕວຽນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: moh.gov.vn)

        ທີ່ກອງປະຊຸມທາງອອນລາຍຂອງຄະນະຊີ້ນໍາກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງນະຄອນໂຮ່ຈີມິນ ທີີ່ໄດ້ດໍາເນີນໃນຕອນບ່າຍວັນທີ 21 ກັນຍາ, ທ່ານ ຫງວຽນເຕິ໊ນບິ໋ງ, ຫົວໜ້າພະແນກສາທາລະນະສຸກ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ພວມກະກຽມບັນດາແບບວິທີ ແລະ ຂັ້ນຕອນຈັດຕັ້ງໃຫ້ແກ່ບຸກຄົນທີ່ມາຈາກ ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ໄຕ້ຫວັນ, ລາວ, ກໍາປູເຈຍ ເຂົ້ານະຄອນໂຮ່ຈີມິນ. ຕາມນັ້ນແລ້ວ, ບຸກຄົນເຫຼົ່ານັ້ນ ຈະໄດ້ກວດເອົາຕົວຢ່າງຢູ່ສະໜາມບິນ ເພື່ອໄປກວດວິໄຈຫາເຊື້ອໄວຣັດ SARS – CoV – 2, ປະຕິບັດການແຍກຕົວຢູ່ນະຄອນໃນເວລາ 6 ວັນ, ແລ້ວກວດເອົາຕົວຢ່າງຄັ້ງທີ 2 ໃນມື້ທີ 6 ຫຼັງຈາກນັ້ນ ປະຕິບັດການແຍກຕົວຕື່ມອີກ 9 ວັນຢູ່ບ່ອນພັກອາໄສ, ຈໍາກັດການໄປ - ມາ ແລະ ກວດເອົາຕົວຢ່າງຄັ້ງທີ 3 ໃນມື້ທີ 14 ເພື່ອກວດວິໄຈຫາເຊື້ອ ອີກເທື່ອໜຶ່ງ.

        ໃນຂະນະນັ້ນ, ທ່ານ ເລແທງລຽມ, ຮອງປະທານຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ນະຄອນໂຮ່ຈີມິນ ສຸມໃສ່ປະຕິບັດໜ້າທີ່ຄວບຄູ່, ທັງປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ປອດໄພຢ່າງເດັດຂາດ, ທັງພັດທະນາເສດຖະກິດ. ທາງນະຄອນຈະສ້າງເງື່ອນໄຂສະດວກໃຫ້ບັນດານັກຊ່ຽວຊານ, ຊາວຕ່າງປະເທດເຂົ້າມາເຮັດວຽກຢູ່ນະຄອນ ໂຮ່ຈີມິນ ແຕ່ຈະບໍ່ປະໃຫ້ເກີດສະພາບຕິດແປດພະຍາດໂຄວິດ - 19 ໃນຊຸມຊົນ.


ຕອບກັບ

ຂ່າວ/ບົດ​ອື່ນ