ນະ​ຄອນ​ໂຮ່​ຈີ​ມິນ ຮ່ວມ​ເດີນ​ທາງ​ກັບ​ບັນ​ດາ​ນັກ​ລົງ​ທຶນ ແກ​້​ໄຂ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ນິ​ຕິ​ກຳ

(VOVWORLD) - ທ່ານ ບຸ່ຍຊວນເກື່ອງ, ຮອງປະທານຄະນະກຳມະການ ປຊຊ ນະຄອນໂຮ່ຈີມິນ ຖືວ່າ ທາງນະຄອນ ຄວນສືບຕໍ່ຍູ້ແຮງການປົວແປງສະພາບແວດລ້ອມດ້ານນິຕິກຳ, ບັນດາການພົວພັນດຳເນີນທຸລະກິດກັບບັນດານັກລົງທຶນ ແລະ ອຳນາດການປົກຄອງ.
ນະ​ຄອນ​ໂຮ່​ຈີ​ມິນ ຮ່ວມ​ເດີນ​ທາງ​ກັບ​ບັນ​ດາ​ນັກ​ລົງ​ທຶນ ແກ​້​ໄຂ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ນິ​ຕິ​ກຳ - ảnh 1

 (ພາບ: VOV)

ວັນທີ 7 ກໍລະກົດ, ຢູ່ ນະຄອນໂຮ່ຈີມິນ ສູນສົ່ງເສີມການຄ້າ ແລະ ການລົງທຶນ ນະຄອນໂຮ່ຈີມິນ ສົມທົບກັບສູນກຳມະການສາກົນ ຫວຽດນາມ ໄດ້ຈັດກອງປະຊຸມ “ເພີ່ມທະວີການດຶງດູເງິນລົງທຶນ ແລະ ສະເໜີມາດຕະການແກ້ໄຂດ້ານນິຕິກຳຢ່າງມີປະສິດທິຜົນໃຫ້ແກ່ບັນດານັກລົງທຶນຢູ່ ນະຄອນໂຮ່ຈີມິນ”.

ນະທີ່ນີ້, ທ່ານ ບຸ່ຍຊວນເກື່ອງ, ຮອງປະທານຄະນະກຳມະການ ປຊຊ ນະຄອນໂຮ່ຈີມິນ ຖືວ່າ ທາງນະຄອນ ຄວນສືບຕໍ່ຍູ້ແຮງການປົວແປງສະພາບແວດລ້ອມດ້ານນິຕິກຳ, ບັນດາການພົວພັນດຳເນີນທຸລະກິດກັບບັນດານັກລົງທຶນ ແລະ ອຳນາດການປົກຄອງ. ຍ້ອນເຫດນັ້ນ, ການຈັດກອງປະຊຸມ, ເວທີປາໄສເພື່ອຮັບຟັງຄຳເຫັນຂອງນັກລົງທຶນ, ສັງລວມຂໍ້ມູນຂ່າວ ພ້ອມກັນແກ້ໄຂຄວາມຫຍູ້ງຍາກ ແມ່ນວຽກງານທີ່ຈຳເປັນ:

   ໃນວິວັດການລົງທຶນ ສະພາບແວດລ້ອມດ້ານນິຕິກຳຈະສືບຕໍ່ນັບມື້ນັບແຈ້ງກ່ວາ, ນັບມື້ນັບທັນການ ເພື່ອແກ້ໄຂໃນໄລຍະຈະມາເຖິງ ເພື່ອໃຫ້ນັກລົງທຶນ, ປະຊາຄົມວິສາຫະກິດ ສືບຕໍ່ຜະລິດດຳເນີນທຸລະກິດ, ລົງທຶນເປີດກ້ວາງຢູ່ນະຄອນ ໂຮ່ຈີມິນ ເພື່ອເຫມາະສົມກັບບັນດາການກຳນົດທິດ, ກົນໄກນະໂຍບາຍທີ່ເປັນເອກະລັກສະເພາະ, ຄວາມມຸ່ງຫັວງໂດຍນະຄອນໄດ້ ແລະ ພວມພັດທະນາໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ