ນະ​ຄອນ​ໂຮ່​ຈີ​ມິນ ເບິ່ງ​ແຍງ​ດູ​ແລ ແລະ ໜູນ​ຊ່ວຍ​ຊາວ​ຜູ້​ອອກ​ແຮງ​ງານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຕາມການສະຖິຕິຫຼ້າສຸດຂອງ ສະຫະພັນແຮງງານນະຄອນໂຮ່ຈີມິນແລ້ວ, ປັດຈຸບັນ ອົງການກຳມະບານຂັ້ນຕ່າງໆ 30 ແຫ່ງຂອງນະຄອນ ໄດ້ຈັດຕັ້ງປະຕິບັດວຽກງານດູແລຊີວິການເປັນຢູ່ຂອງຊາວຜູ້ອອກແຮງງານກວ່າ 6,500 ຄົນທີ່ວ່າງງານ ດ້ວຍຍອດຈຳນວນງົບປະມານທັງໝົດ ແມ່ນເກືອບ 8 ຕື້ດົ່ງ.
ນະ​ຄອນ​ໂຮ່​ຈີ​ມິນ ເບິ່ງ​ແຍງ​ດູ​ແລ ແລະ ໜູນ​ຊ່ວຍ​ຊາວ​ຜູ້​ອອກ​ແຮງ​ງານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1 ການນຳນະຄອນໂຮ່ຈີມິນ ລົງໄປກວດກາວຽກງານເບິ່ງແຍງດູແລຊີວິດການເປັນຢູ່ຂອງກຳມະກອນ (ພາບ: congan.com.vn)


    
ຕໍ່ໜ້າສະພາບການທີ່ຊາວຜູ້ອອກແຮງງານປະມານ 60.000 ຄົນ ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19, ວັນທີ 14 ເມສາ, ສະຫະພັນແຮງງານນະຄອນໂຮ່ຈີມິນ ໄດ້ຊີ້ນຳໃຫ້ອົງການກຳມະບານທຸກຂັ້ນ ຜັນຂະຫຍາຍວຽກງານເບິ່ງແຍງດູແລໃຫ້ແກ່ສະມາຊິກຊາວໜຸ່ມ, ກຳມະກອນຊາວຜູ້ອອກແຮງງານທີ່ວ່າງງານຕາມລະບອບລະບຽບການໂດຍໄວ. ເປົ້າໝາຍໄດ້ຮັບບູລິມະສິດແມ່ນສະມາຊິກຊາວໜຸ່ມເພດຍິງ, ກຳມະບານກໍາລັງຖືພາ, ລ້ຽງລູກນ້ອຍກວ່າ 12 ເດືອນ, ອາຈານອະນຸບານ, ສະມາຊິກຊາວໜຸ່ມ, ກຳມະບານທີ່ຖືກຕັດເງິນເດືອນ, ຊາວຜູ້ອອກແຮງງານທີ່ເປັນພະຍາດຫນັກ. ຕາມການສະຖິຕິຫຼ້າສຸດຂອງ ສະຫະພັນແຮງງານນະຄອນໂຮ່ຈີມິນແລ້ວ, ປັດຈຸບັນ ອົງການກຳມະບານຂັ້ນຕ່າງໆ 30 ແຫ່ງຂອງນະຄອນ ໄດ້ຈັດຕັ້ງປະຕິບັດວຽກງານດູແລຊີວິການເປັນຢູ່ຂອງຊາວຜູ້ອອກແຮງງານກວ່າ 6,500 ຄົນທີ່ວ່າງງານ ດ້ວຍຍອດຈຳນວນງົບປະມານທັງໝົດ ແມ່ນເກືອບ 8 ຕື້ດົ່ງ. ໄປຄຽງຄູ່ກັນນັ້ນ, ສະຫະພັນແຮງງານນະຄອນ ກໍຍູ້ແຮງວຽກງານໂຄສະນາເຜີຍແຜ່ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19; ຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈບັນດາວິສາຫະກິດ ແລະ ຊາວຜູ້ອອກແຮງງານ ໃຫ້ປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບວຽກງານປະຕິບັດບັນດາມາດຕະການຮີບດ່ວນເພື່ອປ້ອງກັນ ແລະ ສະກັດກັດໂລກະລະບາດໃຫ້ຢ່າງເຂັ້ມງວດ.

 

ຕອບກັບ

ຂ່າວ/ບົດ​ອື່ນ