ນະ​ຄອນ​ໂຮ່​ຈີ​ມິນ ເປີດ​ຕົວ​ ສິ່ງ​ພິ​ມບົດ​ລາຍ​ງານ​ເສດ​ຖະ​ກິດ​ມະ​ຫາ​ພາກ

(VOVWORLD) - ບົດລາຍງານໄດ້ສະໜອງການສັງເກດທີ່ຮອບດ້ານກ່ຽວກັບສະພາບການເສດຖະກິດ ນະຄອນປີ 2023, ບັນດາໝາກຜົນທີ່ບັນລຸໄດ້ ແລະ ຄາດຄະເນ, ແງ່ຫວັງໃຫ້ແກ່ປີ 2024.

ຕອນເຊົ້າວັນທີ 4 ມັງກອນ, ກົມສະຖິຕິ ແລະ ມະຫາວິທະຍາໄລເສດຖະກິດ ນະຄອນໂຮ່ຈີມິນ (UEH) ໄດ້ເປີດຕົວສິ່ງພິມບົດລາຍງານເສດຖະກິດມະຫາພາກ ນະຄອນໂຮ່ຈີມິນ: ໝາກຜົນ 2023 ແລະ ຄາດຄະເນ ປີ 2024”. ນີ້ແມ່ນຄັ້ງທຳອິດນະຄອນ ມີສິ່ງພິມ ກ່ຽວກັບເສດຖະກິດມະຫາພາກ ແລະ ຄາດວ່າຈະພິມຈຳໜ່າຍທຸກໆປີ.

ບົດລາຍງານໄດ້ສະໜອງການສັງເກດທີ່ຮອບດ້ານກ່ຽວກັບສະພາບການເສດຖະກິດ ນະຄອນປີ 2023, ບັນດາໝາກຜົນທີ່ບັນລຸໄດ້ ແລະ ຄາດຄະເນ, ແງ່ຫວັງໃຫ້ແກ່ປີ 2024, ພ້ອມທັງສະເໜີບັນດານະໂຍບາຍ ໃຫ້ແກ່ອຳນາດການປົກຄອງນະຄອນ. ບົນພື້ນຖານວິເຄາະ ສັງລວມກ່ຽວກັບເສດຖະກິດໂລກ ແລະ ຫວຽດນາມ, ບົດລາຍງານໄດ້ຕີລາຄາການເຕີບໂຕເສດຖະກິດຂອງ ນະຄອນໂຮ່ຈີມິນ ປີ 2023 ຟື້ນຟູຢ່າງເປັນປົກກະຕິ ພາຍຫຼັງຜົນກະທົບຢ່າງໜັກໜ່ວງຈາກພະຍາດໂຄວິດ - 19. ຂໍ້ມູນແຕ່ລະ ໄຕມາດໃນປີ 2023 ສະແດງໃຫ້ເຫັນບັນດານະໂຍບາຍຂອງນະຄອນເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ ໃນການປັບຕົວໃຫ້ແທດເໝາະກັບການປ່ຽນແປງ, ຍາດແຍ່ງກາລະໂອກາດໃໝ່ຂອງພື້ນຖານເສດຖະກິດໂລກ ພວມກ້າວເດີນຖືກທິດ ແລະ ເສີມຂະຫຍາຍຜົນກະທົບ. ຕາມບົດລາຍງານແລ້ວ, ປີ 2024 ຄາດຄະເນວ່າຄາດໝາຍການເຕີບໂຕ GRDP ຂອງນະຄອນໂຮ່ຈີມິນ ອາດຈະບັນລຸ 7,1 – 8%.

ຕອບກັບ

ຂ່າວ/ບົດ​ອື່ນ