ນະຄອນໂຮ່ຈີມິນ ເພີ່ມທະວີການຮ່ວມມືກັບໂຮນລັງກ່ຽວກັບການພັດທະນາກະສິກຳເຕັກໂນໂລຊີສູງ ແລະ ກະສິກຳໃນຕົວເມືອງ

(VOVWORLD) -ວັນທີ 26 ກັນຍາ, ຄະນະຜູ້ແທນນະຄອນໂຮ່ຈີມິນ ໂດຍ ທ່ານ ເລແທງລຽມ, ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ນຳໜ້າ, ໄດ້ແວ່ຢ້ຽມຢາມ ແລະ ເຮັດວຽກກັບສະຖານທູດຫວຽດນາມ ປະຈຳໂຮນລັງ.
ນະຄອນໂຮ່ຈີມິນ ເພີ່ມທະວີການຮ່ວມມືກັບໂຮນລັງກ່ຽວກັບການພັດທະນາກະສິກຳເຕັກໂນໂລຊີສູງ ແລະ ກະສິກຳໃນຕົວເມືອງ - ảnh 1 (ພາບປະກອບ: sggp.org.vn)

ກ່າວຄຳເຫັນນະທີ່ນີ້, ທ່ານນາງເອກອັກຄະລັດຖະທູດຫວຽດນາມ ປະຈຳໂຮນລັງ ໂງທິຮວ່າ ໄດ້ແລກປ່ຽນກັບ ທ່ານຮອງປະທານນະຄອນໂຮ່ຈີມິນ ເລແທງລຽມ ກ່ຽວກັບສະພາບພັດທະນາການພົວພັນ ຫວຽດນາມ-ໂຮນລັງ. ທ່ານ ນາງ ເອກອັກຄະລັດຖະທູດ ເນັ້ນໜັກວ່າ ບັນດາວິສາຫະກິດໂຮນລັງ ໄດ້ມີຫຼາຍໂຄງການຮ່ວມມື ແລະ ລົງທຶນ ຢູ່ນະຄອນໂຮ່ຈີມິນ ແລະ ປາຖະໜາຢາກໄດ້ແຊກຊຶມເຂົ້າກັບຕະຫຼາດທ້ອງຖິ່ນຫຼາຍກວ່າອີກ.

ສ່ວນທ່ານຮອງປະທານນະຄອນໂຮ່ຈີມິນ ເລແທງລຽມ ໃຫ້ຮູ້ວ່າ ໃນລາຍການເຮັດວຽກ, ຄະນະໄດ້ມີການເຮັດວຽກກັບ ກະຊວງການຕ່າງປະເທດ, ກະຊວງເສດຖະກິດ ຂອງໂຮນລັງ. ນະທີ່ນີ້ຄະນະໄດ້ແລກປ່ຽນບົດຮຽນກັບຝ່າຍໂຮນລັງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງ ນະຄອນໂຮ່ຈີມິນ ກ່ຽວກັບນະຄອນສະຫຼາດ, ຄຸ້ມຄອງຕົວເມືອງ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ນຳ້ຖ້ວມ, ກະສິກຳໃນຕົວເມືອງ ແລະ ເສດຖະກິດທາງທະເລ. ປະຈຸບັນ ໂຮນລັງ ແມ່ນນັກລົງທຶນໃຫຍ່ອັນດັບທີ 8 ຢູ່ນະຄອນໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ