ນະຄອນໂຮ່ຈີ໋ມີນ ແລະ ນະຄອນ Busan, ສ.ເກົາຫຼີ ຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມື

(VOVWORLD) -ໃນຕອນບ່າຍວັນທີ 11 ມັງກອນ, ທີ່ນະຄອນ ໂຮ່ຈີ໋ມີນ, ທ່ານນາງ ຫງວຽນທິກວຽດເຕິນ, ປະທານສະພາປະຊາຊົນນະຄອນ ໂຮ່ຈີ໋ມີນ ແລະ ທ່ານ Baek Jong Heon, ປະທານສະພານະຄອນ Busan, ສ.ເກົາຫຼີ ໄດ້ລົງນາມໃນຂໍ້ຕົກລົງສ້າງຕັ້ງສາຍພົວພັນມິດຕະພາບ ແລະ ຮ່ວມມືລະຫວ່າງ ສະພາປະຊາຊົນນະຄອນ ໂຮ່ຈີ໋ມີນ ແລະ ສະພານະຄອນ Busan, ເພື່ອແນໃສ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມື, ພົບປະແລກປ່ຽນລະຫວ່າງສອງທ້ອງຖິ່ນກວ່າອີກ.

ນະຄອນໂຮ່ຈີ໋ມີນ ແລະ ນະຄອນ Busan, ສ.ເກົາຫຼີ ຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມື - ảnh 1 ນະຄອນໂຮ່ຈີ໋ມີນ ແລະ ນະຄອນ Busan, ສ.ເກົາຫຼີ ຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມື

(ພາບ: TTXVN)

ທີ່ພິທີລົງນາມ, ທ່ານນາງ ຫງວຽນທິກວຽດເຕີນ ເນັ້ນໜັກວ່າ ພິທີລົງນາມໃນຂໍ້ຕົກລົງນີ້ຈະເປີດໜ້າໃໝ່, ສ້າງເງື່ອນໄຂເພື່ອໃຫ້ສອງຝ່າຍເພີ່ມທະວີບັນດາການເຄື່ອນໄຫວຮ່ວມມື, ຮັດແໜ້ນຄວາມສາມາຄີ, ເພື່ອຄວາມວັດທະນາຖາວອນຂອງສອງທ້ອງຖິ່ນກວ່າອີກ.

        ທ່ານ Baek Jong Heon ຖືວ່າບົນພື້ນຖານບັນດາຈຸດທີ່ຄ້າຍຄືກັນກ່ຽວກັບວັດທະນະທຳ, ປະຫວັດສາດ ແລະ ສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານລະຫວ່າງສອງປະເທດ, ສາຍພົວພັນລະຫວ່າງນະຄອນ Busan ແລະ ນະຄອນ ໂຮ່ຈີ໋ມີນ ມີກາລະໂອກາດຫຼາຍຢ່າງເພື່ອພ້ອມກັນຮ່ວມມື ແລະ ພັດທະນາໃນຫຼາຍຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ