ນະຄອນໂຮ່ຈິມິນ ແລະ ນະຄອນຫຼວງ ວຽງຈັນ ສົມທົບກັນໃນການກໍ່ສ້າງຖັນແຖວພະນັກງານ, ພາລະກອນທີ່ມີຄຸນນະພາບສູງ

(VOVWORLD) - ວັນທີ 25 ມີນາ, ຢູ່ນະຄອນ ໂຮ່ຈິມິນ, ສະຖາບັນພະນັກງານນະຄອນໂຮ່ຈິມິນ ແລະ ສະຖາບັນການເມືອງ - ການປົກຄອງ ວຽງຈັນ (ປະເທດລາວ) ໄດ້ສົມທົບກັນເພື່ອຈັດຕັ້ງກອງປະຊຸມສຳມະນາວິທະຍາສາດສາກົນ
ນະຄອນໂຮ່ຈິມິນ ແລະ ນະຄອນຫຼວງ ວຽງຈັນ ສົມທົບກັນໃນການກໍ່ສ້າງຖັນແຖວພະນັກງານ, ພາລະກອນທີ່ມີຄຸນນະພາບສູງ - ảnh 1ການນຳສະຖາບັນພະນັກງານນະຄອນໂຮ່ຈິມິນ ແລະ ສະຖາບັນການເມືອງ - ການປົກຄອງ ວຽງຈັນ (ພາບ: ແທງຫວູ/TTXVN)

ວັນທີ 25 ມີນາ, ຢູ່ນະຄອນ ໂຮ່ຈິມິນ, ສະຖາບັນພະນັກງານນະຄອນໂຮ່ຈິມິນ ແລະ ສະຖາບັນການເມືອງ - ການປົກຄອງ ວຽງຈັນ (ປະເທດລາວ) ໄດ້ສົມທົບກັນເພື່ອຈັດຕັ້ງກອງປະຊຸມສຳມະນາວິທະຍາສາດສາກົນ ກ່ຽວກັບ “ການກໍ່ສ້າງຖັນແຖວພະນັກງານ, ພາລະກອນທີ່ມີຄຸນນະພາບສູງໃນການປະຕິວັດອຸດສາຫະກຳ 4.0”. ນີ້ແມ່ນໂອກາດເພື່ອບັນດານັກວິທະຍາສາດສຸມໃສ່ເຮັດແຈ້ງບັນດາຜົນກະທົບຂອງໂລກາພິວັດ ແລະ ການປະຕິວັດອຸດສາຫະກຳ ຄັ້ງທີ 4 ເຖິງການເຄື່ອນໄຫວຂອງພະນັກງານ, ພາລະກອນ, ພ້ອມທັງຕີລາຄາສະພາບຕົວຈິງຂອງຖັນແຖວພະນັກງານ, ພາລະກອນເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກກໍ່ຄືຂໍ້ສະເໜີແນະບັນດາ ມາດຕະການແກ້ໄຂກ່ຽວກັບແຜນກຳນົດ, ບຳລຸງສ້າງ, ຍຸດທະສາດການດຶງດູດ, ການສັບຊ້ອມນຳໃຊ້ພະນັກງານ, ພາລະກອນທີ່ມີຄຸນນະພາບສູງຂອງນະຄອນ ໂຮ່ຈິມິນ ແລະ ນະຄອນຫຼວງ ວຽງຈັນ. ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດ, ຄູອາຈານຂອງ ສະຖາບັນພະນັກງານນະຄອນໂຮ່ຈິມິນ ແລະ ສະຖາບັນ ການເມືອງ - ການປົກຄອງ ວຽງຈັນ ໄດ້ຕີລາຄາຫຼາຍມູມມອງກ່ຽວກັບບັນດາຜົນກະທົບໃນທົ່ວໂລກຂອງການປະຕິວັດວິທະຍາສາດເຕັກໂນໂລຢີສຳລັບການເຄື່ອນໄຫວຂອງຖັນແຖວພະນັກງານ, ພາລະກອນ, ແລະ ບັນດາຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກເພື່ອພັດທະນາຖັນແຖວພະນັກງານໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃຫມ່ຂອງສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ