ນະ​ຄອ​ນ​ໂຮ່​ຈີ​ມິນ ແລະ ນະ​ຄອນຫຼວງວຽງ​ຈັນ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື

(VOVWORLD) -ຄະນະຜູ້ແທນສະພາປະຊາຊົນ ນະຄອນໂຮ່ຈີມິນ ໂດຍທ່ານນາງ ຫງວຽນທິເລະ ຮອງເລຂາ ຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ໄດ້ເປັນຫົວໜ້າຄະນະພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວໃນລະຫວ່າງວັນທີ 24 -28 ກໍລະກົດ.
ນະ​ຄອ​ນ​ໂຮ່​ຈີ​ມິນ ແລະ ນະ​ຄອນຫຼວງວຽງ​ຈັນ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື - ảnh 1 ທ່ານນາງ ຫງວຽນທິເລະ ຮອງເລຂາ ຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ແລະ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງ, ເຈົ້າຄອງ ນະຄອນຫຼວງວຽງຈັນ (ພາບ: TTXVN)

ໃນລະຫວ່າງວັນທີ 24 – 25 ກໍລະກົດ, ທ່ານນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ລາວ ແລະ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງ, ເຈົ້າຄອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຢ່າງສະໜິດສະໜົມ. ເຂົ້າຮ່ວມບັນດາການຕ້ອນຮັບມີຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ລາວ.

        ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິເລະ ໄດ້ຢັ້ງຢືນວ່າ ນະຄອນໂຮ່ຈີມິນ ຍາມໃດກໍ່ ຖື ເປັນສຳຄັນການພົວພັນມິດຕະພາບອັນຍິງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງປະເທດ ຫວຽດນາມ - ລາວເວົ້າລວມ, ກໍ່ຄືການພົວພັນແຮກສ່ຽວລະຫວ່າງນະຄອນໂຮ່ຈີມິນ ກັບ ນະຄອນຫຼວງ ວຽງຈັນເວົ້າສະເພາະ.

        ບັນດາການນຳໄດ້ສະເໜີໃຫ້ ສະພາປະຊາຊົນ ນະຄອນໂຮ່ຈີມິນ ສືບຕໍ່ໜູນຊ່ວຍ, ຮ່ວມມືຢ່າງແໜ້ນແຟ້ນກັບສະພາປະຊາຊົນະຄອນຫຼວງວຽງຈັນ ກໍ່ຄືສະພາປະຊາຊົນບັນດາທ້ອງຖິ່ນຂອງລາວ, ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ, ແລກປ່ຽນບົດຮຽນຕາມຫົວຂໍ້ສະເພາະຢ່າງລະອຽດ, ພິເສດແມ່ນໃນຂົງເຂດຄຸ້ມຄອງ, ປະຕິບັດນະໂຍບາຍຄຸ້ມຄອງທີ່ດິນ ແລະ ອະສັງຫາລິມະຊັບ, ສ້າງແຫຼ່ງລາຍຮັບໃຫ້ແກ່ງົບປະມານແຫ່ງລັດ.

ຕອບກັບ

ຂ່າວ/ບົດ​ອື່ນ