ນະຄອນໂຮ່ຈີມິນ ແລະ ອົງການການເງິນສາກົນ ຍູ້ແຮງການຮ່ວມມື

(VOVWORLD) -“ນະຄອນໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາ ຈະສ້າງເງື່ອນໄຂສະດວກທີ່ສຸດ ແລະ ສົມທົບກັບອົງການການເງິນສາກົນ (IFC) ຢ່າງແໜ້ນແຟ້ນ ໃນການນຳເອົາບັນດາເນື້ອໃນທີ່ລະບຸໄວ້ໃນບົດບັນທຶກຊ່ວຍຈຳ ທີ່ສອງຝ່າຍໄດ້ລົງນາມ ໃຫ້ກາຍເປັນບັນດາໂຄງການຕົວຈິງ”.

ນະຄອນໂຮ່ຈີມິນ ແລະ ອົງການການເງິນສາກົນ ຍູ້ແຮງການຮ່ວມມື - ảnh 1 ທ່ານ ເຈີ່ນຫວິງຕວ໋ຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໃນການເຮັດວຽກກັບ ທ່ານ Kyle Kelhofer, ຜູ້ອຳນວຍການຂັ້ນສູງ IFC

(ພາບ: TTXVN)

ນັ້ນແມ່ນຄຳຢັ້ງຢືນຂອງທ່ານ ເຈີ່ນຫວິງຕວ໋ຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໃນການເຮັດວຽກກັບ ທ່ານ Kyle Kelhofer, ຜູ້ອຳນວຍການຂັ້ນສູງ IFC 03 ປະເທດ ຫວຽດນາມ - ລາວ - ກຳປູເຈຍ, ເຊິ່ງໄດ້ດຳເນີນໃນວັນທີ 12 ມິຖຸນາ, ຢູ່ນະຄອນໂຮ່ຈີມິນ.  ທ່ານເຈີ່ນຫວິງຕວ໋ຽນໃຫ້ຮູ້ວ່າ ນະຄອນໂຮ່ຈີມິນ ມີຄວາມຫວັງຢາກໄດ້ຮັບການແບ່ງປັນບົດຮຽນ ແລະໃຫ້ຄຳປຶກສາຈາກ IFC ໃນວຽກງານຊອກຫາ, ລະດົມແຫຼ່ງການເງິນ ແລະ ບັນດານັກລົງທຶນທີ່ມີປະສົບການ ແລະ ລະດັບຄວາມຮູ້ດ້ານເຕັກໂນໂລຢີຢ່າງພຽງພໍ ເພື່ອຊ່ວຍໃຫ້ນະຄອນໂຮ່ຈີມິນພັດທະນາຖືກຕ້ອງຕາມການກຳນົດທິດແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ.

        ຕີລາຄາສູງຕໍ່ການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງນະຄອນໂຮ່ຈີມິນ, ທ່ານ Kyle Kelhofer ເນັ້ນໜັກວ່າ  IFC ມີແຫຼ່ງຊັບພະຍາກອນມະນຸດ ທີ່ມີປະສົບການຢ່າງພຽງພໍ ເພື່ອໜູນຊ່ວຍນະຄອນ ກໍ່ສ້າງບັນດາກິດຈະກຳສີຂຽວ. IFC ປາດຖະໜາວ່າ ບັນດາຜົນສຳເລັດຂອງນະຄອນໂຮ່ຈີມິນ ໃນຂົງເຂດນຳໃຊ້ໂຄງການຮ່ວມມື ພາກລັດ - ແລະເອກະຊົນ PPP, ລະດົມແຫຼ່ງການເງິນຈາກຄວາມໄວ້ວາງໃຈດ້ານການເງິນທີ່ດີ ຫຼືກໍ່ສ້າງກິດຈະກຳຕົວເມືອງຂຽວ ຈະກາຍເປັນແບບຢ່າງໃນການພັດທະນາ ບັນດາຕົວເມືອງໃຫຍ່ຂອງປະເທດຫວຽດນາມ ແລະ ທັງທະວີບອາຊີ.


ຕອບກັບ

ຂ່າວ/ບົດ​ອື່ນ