ນະ​ຄອນ​ໂຮ່​ຈີ​ມິນ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຈະ​ນຳ​ໃຊ້​ບັນ​ດາ​ໂຄງ​ການ ODA ຂອງ ຍີ່​ປຸ່ນ ຢ່າງ​ມີ​ປະ​ສິດ​ທິ​ຜົນ

(VOVWORLD) -ທ່ານ ຫງວຽນແທັ່ງລອງ ຕີລາຄາສູງການປະກອບສ່ວນຂອງທ່ານຫົວໜ້າຜູ້ຕາງໜ້າອົງການຮ່ວມມືສາກົນຍີ່ປຸ່ນໃນການໜູນຊ່ວຍແຫຼ່ງທຶນ ODA ຢູ່ ຫວຽດນາມ ໃນບັນດາໂຄງການສຳຄັນຢູ່ນະຄອນໂຮ່ຈີມິນ. 

        ວັນທີ 18 ມີນາ, ທ່ານ ຫງວຽນແທັ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ Tetsuo Konaka ເຊິ່ງເປັນຫົວໜ້າຄະນະອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ປະຈຳ ຫວຽດນາມ  ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ຢູ່ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານ ຫງວຽນແທັ່ງລອງ ຕີລາຄາສູງການປະກອບສ່ວນຂອງທ່ານຫົວໜ້າຜູ້ຕາງໜ້າອົງການຮ່ວມມືສາກົນຍີ່ປຸ່ນໃນການໜູນຊ່ວຍແຫຼ່ງທຶນ ODA ຢູ່ ຫວຽດນາມ ໃນບັນດາໂຄງການສຳຄັນຢູ່ນະຄອນໂຮ່ຈີມິນ. ພ້ອມທັງສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການໜູນຊ່ວຍແຫຼ່ງທຶນ ODA ຢ່າງມີປະສິດທິຜົນ ໃຫ້ແກ່ນະຄອນໂຮ່ຈີມິນ, ທ່ານ ຫງວຽນແທັ່ງຟອງ ໃຫ້ຄຳໝັ້ນສັນຍາວ່າ ນະຄອນໂຮ່ຈີມິນ ຈະເຮັດຈົນສຸດຄວາມສາມາດຂອງຕົນ  ເພື່ອປະຕິບັດບັນດາໂຄງການນຳໃຊ້ແຫຼ່ງທຶນ ODA ຂອງ ຍີ່ປຸ່ນ ໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ