ນະຄອນໂຮ່ຈິມິນຂອງຫວຽດນາມ ແລະ ນະຄອນ ຫຼວງວຽງຈັນຂອງລາວເພີ່ມທະວີການຮ່ວມມື

ນະຄອນໂຮ່ຈິມິນຂອງຫວຽດນາມ ແລະ ນະຄອນ ຫຼວງວຽງຈັນຂອງລາວເພີ່ມທະວີການຮ່ວມມື - ảnh 1
(​ນະຄອນ​ໂຮ່ຈິ​ມິນ​ຂອງ​ຫວຽດນາມ ​ແລະ 
ນະຄອນຫຼວງ​ວຽງ​ຈັນ​ຂອງລາວ​ເພີ່ມ​ທະວີ​ການ​ຮ່ວມ​ມື)

(vovworld) –  ​ໃນ​ລະຫວ່າງ​ແຕ່ວັນ​ທີ 24-26/12, ຄະນະປະຕິບັດ​ງານ​ນະຄອນ​ໂຮ່ຈິ​ມິນ ​ໂດຍ​ທ່ານ​ຫວໍ​ວັນ​ເຖືອ​ງ, ຮອງ​ເລຂາ​ຜູ້ປະຈຳການ​ຄະນະພັກ​ນະຄອນ​ ນຳ​ໜ້າ​ຄະນະ, ​ໄດ້​​​ເດີນທາງໄປ​ຢ້ຽມຢາມ​ລາວ. ວັນ​ທີ 25/12, ຄະນະ​ປະຕິບັດ​ງານ​ໄດ້​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ນະຄອນຫຼວງ ວຽງ​ຈັນ ​ໂດຍ​ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ, ​ເລຂາ, ​ເຈົ້າ​ຄອງນະຄອນຫຼວງວຽງ​ຈັນ ນຳ​ໜ້າຄະນະ.

         ທີ່​ການ​ເຈລະຈາ, ນະຄອນ​ໂຮ່ຈິ​ມິນ ​​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ: ນະຄອນ​ໂຮ່ຈິ​ມິນ​ຈະ​ໜູນ​ຊ່ວຍນະຄອນ​ວຽງ​ຈັນ​​ ກ່ຽວກັບເຕັກນິກ​ປະສົມພັນ​ ເພື່ອມີງົວ​ພັນ​​ທີ່ໃຫ້ສະມັດ​ຕະພາບ​ສູງ, ສ້າງ​ຮູບ​ແບບການ​ຜະລິດກະສິກຳ​ດ້ວຍເຕັກ​ໂນ​ໂລ​ຢີສູງຈຳນວນ​ໜຶ່ງ; ສົມທົບກັນ​​ກໍ່ສ້າງ​ລາຍການ​ທ່ອງ​ທ່ຽວ 2 ຝ່າຍຮ່ວມ​ສຳພັນກັບ​ບາງ​ປະ​ເທດ​ໃນ​ພາກ​ພື້ນ. ຕາມ​ນັ້ນ​, 2 ຝ່າຍ​ເຫັນ​ດີ​ໃຫ້ນະຄອນ​ໂຮ່ຈິ​ມິນ ໜູນ​ຊ່ວຍ​ນະຄອນ​ວຽງ​ຈັນ ໃນການຊື້​ເຄື່ອງ​ອຸປະກອນ​ຈຳນວນ​ໜຶ່ງ ​ເພື່ອ​ຮັບ​ໃຊ້​ໃນ​ຂົງ​ເຂດ​ພາສີ​ອາກອນ, ຄັງ​ເງິນ, ການ​ຄຸ້ມ​ຄອງຊັບສິນຂອງລັດ, ຄຸ້ມ​ຄອງ​ງົບປະມານ ​ແລະ ໜູນ​ຊ່ວຍ​​ທຶນ​ສຶກສາບຳລຸງ​ສ້າງ​ວິຊາຊີບ.

             ​ໃນ​ໄລຍະຢ້ຽມຢາມ​ລາວ, ຄະນະ​ປະຕິບັດ​ງານ​ນະຄອນ​ໂຮ່ຈິ​ມິນ ​ໄດ້​​ເຂົ້າຢ້ຽມຄຳນັບບັນດາ​ການ​ນຳ​ພັກ ​ແລະ ລັດ​​ແຫ່ງສປປ.ລາວ, ຢ້ຽມຢາມ​ສະຖານທູດ​ຫວຽດນາມ ປະຈຳ​ລາວ ​ແລະ ບາງ​ຮາກ​ຖານ​ເສດຖະກິດ​ວັດທະນະທຳ​ຂອງ​ນະຄອນ​ວຽງ​ຈັນ.

ຂ່າວ/ບົດ​ອື່ນ