ນະຄອນໂຮ່ຈີມິນຄວນຮູ້ແຮງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

(VOVWORLD) -ນະຄອນໂຮ່ຈີມິນ ຫາກໍ່ກວດພົບຜູ້ສົງໄສຕິດໄວຣັດ SARS-CoV-2 ຕື່ມອີກ 24 ຄົນ. ບັນດາຜູ້ນີ້ກໍ່ໄດ້ສົ່ງໄປແຍກຄົວ ແລະ ປິ່ວປົວ.
ນະຄອນໂຮ່ຈີມິນຄວນຮູ້ແຮງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 - ảnh 1ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທັ່ງລອງ, ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VGP)

ນະຄອນໂຮ່ຈີມິນຄວນຮູ້ແຮງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ນີ້ແມ່ນຄຳສະເໜີຂອງທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທັ່ງລອງ, ທີ່ກອງປະຊຸມທາງອອນລາຍຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ເຊິ່ງດຳເນີນໃນຕອນເຊົ້າວັນທີ 08 ກຸມພາ. ບົດລາຍງານຈາກບັນດາສູນສາທາລະນະສຸກເມືອງຢູ່ນະຄອນໂຮ່ຈີມິນ ໃນຕອນເຊົ້າວັນທີ 08 ກຸມພາ ໃຫ້ຮູ້ວ່າ, ນະຄອນໂຮ່ຈີມິນ ຫາກໍ່ກວດພົບຜູ້ສົງໄສຕິດໄວຣັດ SARS-CoV-2 ຕື່ມອີກ 24 ຄົນ. ບັນດາຜູ້ນີ້ກໍ່ໄດ້ສົ່ງໄປແຍກຄົວ ແລະ ປິ່ວປົວ.

        ຕາມທ່ານລັດຖະມົນຕີ ຫງວຽນແທັ່ງລອງ ແລ້ວ, ກະຊວງສາທາລະນະສຸກຕີລາຄາສູງເລື່ອງນະຄອນ ໂຮ່ຈີມິນ ຕອບສະໜອງຢ່າງໄວ, ຮີບເຮັ່ງ, ທັນການ, ຂ້ຽວຂາດໃນວຽກງານສະກັດກັ້ນໂລກລະບາດ. ກ່ຽວກັບເຂດເກີດໂລກລະບາດຢູ່ເຂດຂົນສົ່ງແລະສັບຊ້ອນສິນຄ້າ ສະໜາມບິນ ເຕີນເຊີນເຍິດ, ທ່ານລັດຖະມົນຕີ ຫງວຽນແທັ່ງລອງ, ສະເໜີວ່າ.

        “ຄວາມສ່ຽງຕິດແປດຍັງສູງຢູ່, ສະນັ້ນ ນະຄອນໂຮ່ຈີມິນ ຄວນຍົກສູງຂຶ້ນລະດັບໜຶ່ງ. ໄວກວ່າ, ຂ້ຽວຂາດກວ່າອີກ ຈຶ່ງສາມາດຄວບຄຸມໂລກລະບາດຢູ່ນະຄອນໂຮ່ຈີມິນ ໄດ້.”

ຕອບກັບ

ຂ່າວ/ບົດ​ອື່ນ