ນະຄອນໂຮ່ຈີມິນຈັດຕັ້ງ ພິທີສະເຫຼີມສະຫຼອງ ວັນຊາດລາວ

ນະຄອນໂຮ່ຈີມິນຈັດຕັ້ງ ພິທີສະເຫຼີມສະຫຼອງ ວັນຊາດລາວ - ảnh 1
ພາບປະກອບ

(vovworld) – ວັນ​ທີ 29/11, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ນະຄອນ ​ໂຮ່ຈີ​ມິນ ​ແລະ ສະຖານ​ກົງ​ສູນ​ໃຫຍ່ ສປປ ລາວ ປະຈຳນະຄອນ ​ໂຮ່ຈີ​ມິນ ​ໄດ້ຈັດ​ຕັ້ງ​ພິທີ​ສະ​ເລີມ​ສະຫຼອງ 38 ປີ​ແຫ່ງວັນຊາດ ລາວ (2/12/1975 – 2/12/2013). ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຟານ​ຊວນ​ບຽນ, ຮອງ​ປະທານ​ສູນ​ກາງ​ສະ​ມາ​ຄົມມິດຕະພາບ ຫວຽດນາມ - ລາວ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ທົບ​ທວນຄືນ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ, ການ​ພົວພັນ​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ກັບ​ບັນດາ​ແຂວງ​ຂອງ ລາວ ​ໃນ​ປີຜ່ານມາ. ທ່ານ ​ຟານ​ຊວນ​ບຽນ ​ເນັ້ນ​ໜັກວ່າ ​ໃນ​ສາຍ​ພົວພັນ​ມິດຕະພາບແບບພິເສດ ຫວຽດນາມ - ລາວ ມີ​ການ​ປະກອບສ່ວນ​ສຳຄັນ​ຂອງ​ສາຍ​ພົວພັນ​ຮ່ວມ​ມື​ດ້ວຍ​ນ້ຳ​ໃຈ​ສະ​ໜິດ​ສະໜົມ, ສັດ​ຊື່​ບໍ່​ລິ​ສຸດ, ມີ​ຄວາມ​ຮັບຜິດຊອບ​ສູງ, ພ້ອມ​ກັນ​ຊ່ວຍເຫຼືອກັນ​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ກັບ ລາວ ກໍ່​ຄື​ກັບນະຄອນ ວຽງຈັນ, ​ແຂວງ ຈຳປາ​ສັກ ​ແລະ ທ້ອງ​ຖີ່​ນຕ່າງໆ​ຂອງ​ລາວ.

ຂ່າວ/ບົດ​ອື່ນ