ນະຄອນໂຮ່ຈິມິນຊ່ວຍໜູນຊາວຫວຽດນາມອາໄສຢູ່ລາວ ແລະ ກຳປູເຈັຍ ພ້ອມກັບຊາວລາວ ແລະ ຊາວກຳປູເຈັຍຖືກຜົນສະທ້ອນຈາກ ໂລກລະບາດໂຄວິດ-19

(VOVWORLD) -ທາງນະຄອນໂຮ່ຈິມິນ ຈະຫັກເງິນ 2,5 ຕື້ດົງຈາກກອງທຶນປ້ອງກັນ ແລະ ຕ້ານ ໂລກລະບາດໂຄວິດ-19 ຂອງນະຄອນເພື່ອຊ່ວຍໜູນພໍ່ແມ່ພີນ້ອງຊາວຫວຽດນາມ ອາໄສຢູ່ລາວ ແລະ ກຳປູເຈັຍ ພ້ອມກັບຊາວລາວ ແລະ ຊາວກຳປູເຈັຍຖືກຜົນສະທ້ອນຈາກ ໂລກລະບາດໂຄວິດ-19
ນະຄອນໂຮ່ຈິມິນຊ່ວຍໜູນຊາວຫວຽດນາມອາໄສຢູ່ລາວ ແລະ ກຳປູເຈັຍ ພ້ອມກັບຊາວລາວ ແລະ ຊາວກຳປູເຈັຍຖືກຜົນສະທ້ອນຈາກ ໂລກລະບາດໂຄວິດ-19 - ảnh 1ຫວຽດນາມສົ່ງເຄື່ອງບັນເທົາທຸກໃຫ້ແກ່ພໍ່ແມ່ພີນ້ອງຊາວຫວຽດນາມ ອາໄສຢູ່ ກຳປູເຈັຍ ແລະ ຊາວກຳປູເຈັຍປະສົບກັບຄວາມຫຍຸ້ງຍາກ

    ຜູ້ຕາງໜ້າຄະນະກຳມະການແນວໂຮມປະເທດຊາດນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ ທາງນະຄອນໂຮ່ຈິມິນ ຈະຫັກເງິນ 2,5 ຕື້ດົງຈາກກອງທຶນປ້ອງກັນ ແລະ ຕ້ານ ໂລກລະບາດໂຄວິດ-19 ຂອງນະຄອນເພື່ອຊ່ວຍໜູນພໍ່ແມ່ພີນ້ອງຊາວຫວຽດນາມ ອາໄສຢູ່ລາວ ແລະ ກຳປູເຈັຍ ພ້ອມກັບຊາວລາວ ແລະ ຊາວກຳປູເຈັຍຖືກຜົນສະທ້ອນຈາກ ໂລກລະບາດໂຄວິດ-19.

    ລະອຽດແມ່ນນະຄອນໂຮ່ຈິມິນ ໄດ້ຕົກລົງຊ່ວຍໜູນ 1,5ຕື້ດົງໃຫ້ແກ່ ພໍ່ແມ່ພີນ້ອງຊາວຫວຽດນາມ ອາໄສຢູ່ ກຳປູເຈັຍ ແລະ ຊາວກຳປູເຈັຍປະສົບກັບຄວາມຫຍຸ້ງຍາກ, ຊ່ວຍໜູນ 1 ຕື້ດົງໃຫ້ແກ່ ພໍ່ແມ່ພີນ້ອງຊາວຫວຽດນາມ ອາໄສຢູ່ລາວ ແລະ ຊາວລາວ ທີ່ປະສົບກັບຄວາມຫຍຸ້ງຍາກໃນສະພາບການ ໂລກລະບາດໂຄວິດ-19 ພວມຄຸກຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ