ນະຄອນໂຮ່ຈີມິນຍ້ອງຍໍ“ຊາວໜຸ່ມເຮັດເສດຖະກິດເກັ່ງ”ປີ2016

ນະຄອນໂຮ່ຈີມິນຍ້ອງຍໍ“ຊາວໜຸ່ມເຮັດເສດຖະກິດເກັ່ງ”ປີ2016 - ảnh 1
ນະຄອນໂຮ່ຈີມິນຍ້ອງຍໍ“ຊາວໜຸ່ມເຮັດເສດຖະກິດເກັ່ງ”ປີ2016
(ພາບ: VOH)

(vovworld) - ຕອນ​ເຊົ້າ​ວັນ​ທີ 31/07 ທີ່​ພິທີ​ຍ້ອງຍໍ​ໂດຍ​ຄະນະ​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ, ມີ​ຊາວ​ໜຸ່ມ​ດີ​ເດັ່ນ 18 ຄົນ​ຈາກ 5 ເມືອງຊານ​ນະຄອນ ​ໂຮ່ຈີ​ມິນ ໄດ້​ຮັບ​ການ​ຍ້ອງຍໍ. ​ນີ້​ແມ່ນ​ບັນດາ​ຊາວ​ໜຸ່ມ​​ເຂົ້າຮ່ວມ​ການ​ຜະລິດ, ຄຸ້ມ​ຄອງ, ດຳ​ເນີນ​ທຸ​ລະ​ກິດ​ໂດຍ​ກົງ ​ແລະ ມີ​ຂໍ້​ລິ​ເລີ່ມ, ດັດ​​ແປງ, ໜູນ​ໃຊ້​ບັນດາ​ຄວາມ​ກ້າວໜ້າ​ດ້ານວິທະຍາສາດ​ເຕັກນິກ, ​ເຕັກ​ໂນ​ໂລ​ຢີຊີວະສາດສູງ​ຫລາຍ​ຢ່າງ​ເຂົ້າ​ໃນ​ການ​ຜະລິດ ​ແລະ ນຳ​ມາ​ໃຫ້​ປະສິດທິ​ຜົນດ້ານ​ເສດຖະກິດ​ສູງ. ອ້າ​ຍ ຟານ​ຈ້ອງ​ເຍີນ ຢູ່​ເມືອງ ກູ​ຈິ ​ແມ່ນ​ໜຶ່ງ​ໃນ​ຊາວ​ໜຸ່ມ 18 ຄົນ​ໄດ້​ຮັບ​ການ​ຍ້ອງຍໍ​ແບ່ງປັນ​ວ່າ:

        “ນີ້ແມ່ນຄວາມ​ເປັນ​ກຽດ ​ແລະ ​ເປັນກຳລັງ​ໜູນ ​ເພື່ອ​ໃຫ້​ຂ້າພະ​ເຈົ້າ​ສືບ​ຕໍ່​ພັດທະນາ, ​ເປີດ​ກ້ວາງ​ຮູບ​ການລ້ຽງສັດ​ຂອງ​ຂ້າພະ​ເຈົ້າ. ສຳ​ລັບຊາວ​ໜຸ່ມ​ຊົນນະບົດ​ໃນການ​ກໍ່​ຮ່າງ​ສ້າງ​ຕົວປະຈຸ​ບັນ ​ແມ່ນຕ້ອງການ​​ໄດ້​ຮັບການ​ໜູນ​ຊ່ວຍທຶນ ​ແລະ ວິທະຍາສາດ​​ເຕັກນິກ​ລ້ຽງສັດ ​ເພື່ອ​ມີ​ບາດກ້າວຢ່າງ​ໝັ້ນຄົງ​ໃນ​ອະນາຄົດ​.

        ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິນ ຍັງ​ຈັດ​ຕັ້ງການ​ໂອ້​ລົ​ມສົນ​ທະນາ “​ເສດຖະກິດ​ຊົນນະບົດ - ທິດ​ທາງ​ພັດທະນາ​ຢ່າງໝັ້ນຄົງ”, ​ໃນ​ນັ້ນສຸມ​ໃສ່​ແລກປ່ຽນ​ກ່ຽວ​ກັບ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ​ກະສິກຳ, ຊົນນະບົດ​ຂອງ​ນະຄອນ ​ແລະ ບັນດາ​ມາດ​ຕະການ​ໜູນ​ຊ່ວຍ​ຊາຍ​ໜຸ່ມ​ຊົນນະບົດ​ໃນ​ການ​ຜະລິດ ​ແລະ ຊອກ​ຫາ​ສົ້ນ​ອອກ​ໃຫ້​ຜະລິດ​ຕະພັນ.

ຂ່າວ/ບົດ​ອື່ນ