ນະຄອນໂຮຈີມິນຍູ້ແຮງ ໂຄງການເຊື່ອມຕໍ່ ທະນາຄານ-ວິສາຫະກິດ


ນະຄອນໂຮຈີມິນຍູ້ແຮງ ໂຄງການເຊື່ອມຕໍ່ ທະນາຄານ-ວິສາຫະກິດ - ảnh 1
(ພາບ:baomoi.com)

(vovworld)-​ໂຄງການ​ເຊື່ອມ​ຕໍ່​ທະນາຄານ ​ແລະ ວິ​ສາ​ຫະກິດ​ແມ່ນ​ຮູບ​ແບບ​ໃໝ່​ຂອງ​ນະຄອນ​ໂຮ່ຈີ່​ມິນ ​ແລະ ກໍ່​ແມ່ນ​ໂຄງການ ​ເພື່ອ​ແນ​ໃສ່​ປະຕິບັດ​ມະຕິ​ ​ເລກທີ 02 ຂອງ​ລັດຖະບານ​ກ່ຽວ​ກັບ​ກົນ​ໄກ​ນະ​ໂຍບາຍ​ເງິນຕາ​​ແລະ ປ່ອຍ​ສິນ​ເຊື່ອ​ໃຫ້​ວິ​ສາ​ຫະກິດກູ້​ຢືມ. ​ທີ່​ກອງ​ປະຊຸມ​ສະຫຼຸບ​ຈັດ​ຂຶ້ນໃນ​ຕອນ​ເຊົ້າ ວັນ​ທີ 27/02, ຄະນະ​ກຳມະການປະຊາຊົນ​ນະຄອນ​ໂຮ່ຈີ່​ມິນ​ໃຫ້​ຮູ້​ວ່າ : ​ຜ່ານ​ໜຶ່ງ​ປີ​ແຫ່ງການ​ປະຕິບັດ,ບັນດາ​ທະນາຄານ​ການ​ຄ້າ​ຢູ່​ນະຄອນ​ໂຮ່ຈີ່​ມິນ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ​ກູ້​ຢືມ​ເງິນ​ເກືອບ 130.000 ຕື້​ດົ່ງ,ປະກອບສ່ວນ​​ແກ້​ໄຂຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ​​​ເພື່ອການຟື້ນ​ຕົວ ​ແລະ ຊຸກຍູ້​ການ​ຜະລິດ,ດຳ​ເນີນ​ທຸລະ​ກິດ. ປີ 2014, ທະນາຄານ​​ແຫ່ງ​ລັດ​ສາຂາ​ນະຄອນ​ໂຮ່ຈີ່​ມິນ ສູ້​ຊົນ​ຈະ​ຈັດ​ຕັ້ງ​ການເຊື່ອມ​ຕໍ່​ລະຫວ່າງ​ທະນາຄານ​ ​ແລະ ບັນດາ​ວິ​ສາ​ຫະກິດ​ໃຫ້​ກູ້​ຢືມ​ເງິນ​ກວ່າ 20.000 ຕື້​ດົ່ງ. ກ່າວຄຳ​​ເຫັນ​ທີ່​ກອງ​ປະຊຸມ ທ່ານ ຫງວຽນ​ວັນ​ບີ່​ງ, ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ,ຕີ​ລາຄາ​ສູງ​ຕໍ່​ກັບ​ໂຄງການ​ນີ້ ​ແລະ ຈະ​ຜັນ​ຂະຫຍາຍ​ຢ່າງ​ກວ້າງຂວາງໃນ​ທົ່ວ​ປະ​ເທດ.

    “​ບົນພື້ນຖານ​ໝາກຜົນ​ຢ່າງ​ຕັ້ງໜ້າ​ຂອງ​ໂຄງການ​ເຊື່ອມ​ຕໍ່​ທະນາຄານ-ວິ​ສາ​ຫະກິດ,ທະນາຄານ​ໃດ​ປະຕິບັດ​​ໄດ້ດີ​ແລ້ວ ​ແມ່ນທະນາຄານ​ນັ້ນ​ຕ້ອງສືບ​ຕໍ່​​ເສີມຂະຫຍາຍ. ສ່ວນ​ທະນາຄານ​ທີ່​ຍັງ​ບໍ່​ໄດ້​ປະຕິບັດ​ຕ້ອງ​ຄົ້ນຄວ້າ​ຜ່ານ​ພຶດຕິ​ກຳ​ຕົວ​ຈິງຂອງ​ໂຄງການ ​ແລະ ຈົດທະບຽນ​ກັບ​ນະຄອນ​ໂຮ່ຈີ່​ມິນ​ເຊັນ​ສັນຍາ​ໃຫ້​ວິ​ສາ​ຫະກິດ​ກູ້​ຢືມ”

    ທີ່​ກອງ​ປະຊຸມ,ຕາງໜ້າ​ຂອງ​ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ໄດ້​ປະກອບ​ຄຳ​ເຫັນ​ຕີ​ລາຄາ​ສູງ​ປະສິດທິ​ຜົນ​ຂອງ​ໂຄງການ​ໃນ​ໄລຍະ​ຜ່ານ​ມາ.

ຕອບກັບ

ຂ່າວ/ບົດ​ອື່ນ